ສະຖຽນລະພາບທາງການເງິນ ແລະ ເງິນຕາຫລາຍສະກຸນ ຈໍລະຈອນຢູ່ທັງໃນລະບົບທະນາຄານ ແລະ ນອກທະນາຄານ ຍັງເປັນບັນຫາ ແລະ ຂໍ້ຄົງຄ້າງທີ່ບໍ່ສາມາຄຸ້ມຄອງຕາມກົດໝາຍທີ່ກຳນົດໄວ້, ລະບົບການຊຳລະເງິນ ຍັງບໍ່ພັດທະນາຢ່າງກວ້າງຂວາງເທົ່າທີ່ຄວນ.
ທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີVIII ໃນວັນທີ 16 ຕຸລາ ນີ້ວ່າ: ຄວາມຜັນຜວນ ຂອງອັດຕາແລກປ່ຽນ ແລະ ລາຄາຮຸ້ນຢູ່ຕະຫລາດສາກົນ ບວກກັບສະພາບຄວາມເຄັ່ງຕຶງ ທາງງົບປະມານຂອງລັດຖະບານ, ຊຶ່ງເປັນອຸປະສັກ ຕໍ່ການຮັກສາສະຖຽນລະພາບເງິນຕາຂອງພວກເຮົາ ແຕ່ການຫລຸດລົງ ຂອງລາຄານ້ຳມັນໃນຕະຫລາດສາກົນ ໄດ້ເປັນກາລະໂອ ກາດອັນດີ ຕໍ່ການຮັກສາສະຖຽນລະພາບລາຄາພາຍໃນປະເທດ. ການນຳໃຊ້ອັດຕາການແລກປ່ຽນໃນເງື່ອນໄຂ ທີ່ມີສິ່ງທ້າທາຍຫລາຍດ້ານນັ້ນ ໄດ້ເກີດໃຫ້ມີສ່ວນຕ່າງ ລະຫວ່າງອັດຕາແລກປ່ຽນຕະຫລາດ ແລະ ທະນາ ຄານຫຍັບຫ່າງອອກຈາກກັນ ໃນທ້າຍເດືອນມິຖຸນາ ຜ່ານມາ ຢູ່ໃນລະດັບ 3,75% ສໍາລັບເງິນກີບທຽບເງິນໂດລາ ແລະ 3,08% ສຳລັບເງິນກີບທຽບເງິນບາດ.
ບັນຫາດັ່ງກ່າວ, ເກີດຂຶ້ນແມ່ນຍ້ອນການຕອນສະໜອງ ເງິນຕາຕ່າງປະເທດ ໃຫ້ສັງຄົມບໍ່ພຽງພໍກັບຄວາມຕ້ອງ ການ ແລະ ສ່ວນໜຶ່ງແມ່ນຍ້ອນແຫລ່ງເງິນຕາຕ່າງປະເທດ ນອກລະບົບທະ ນາຄານ ທີ່ ຖືກນຳເຂົ້າມາຈາກຕ່າງປະເທດຂອງບຸກຄົນ, ການສົ່ງສິນຄ້າປະເພດຕ່າງໆ ຕາມຊາຍແດນ, ການສົ່ງອອກໄມ້, ການສົ່ງອອກໄຟຟ້າ ແລະ ບໍ່ແຮ່, ການລະດົມແຫລ່ງທຶນຈາກຕ່າງປະເທດ ແລະ ການຄຸ້ມຄອງ ທະນາຄານທະນາຄານທຸລະກິດ ແລະ ຮ້ານອັດຕາແລກປ່ຽນຍັງບໍ່ທັນຮັດກຸມ. ເພື່ອຮັກສາສະຖຽນລະພາບ ເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ ໃນ 6 ເດືອນຕົ້ນປີ, ທະນາ ຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງປະຕິບັດນະໂຍບາຍ ເງິນຕາແບບຜ່ອນຄາຍ ດ້ວຍການອັດສີດເງິນເຂົ້າສູ່ລະບົບເສດຖະກິດ ຜ່ານສິນເຊື່ອ ຊຸກຍູ້ການຜະລິດ, ແກ້ໄຂຄວາມທຸກຍາກ ແລະ ລ່ວງໜ້າໃຫ້ກະຊວງການເງິນ ເພື່ອດຸນດ່ຽງງົບປະມານ. ໃນການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ທຫລ ໄດ້ສືບຕໍ່ນຳໃຊ້ເຄື່ອງມື ນະໂຍບາຍເງິນ ຕາທາງອ້ອມ ເປັນຕົ້ນແມ່ນ ອັດຕາດອກເບ້ຍພື້ນຖານຂອງ ທຫລ, ອັດຕາສ່ວນເງິນແຮຝາກບັງຄັບ, ໄດ້ສືບຕໍ່ຄຸ້ມຄອງການກຳນົດອັດຕາດອກເບ້ຍເງິນຝາກ ແລະ ເງິນກູ້ສະກຸນເງິນກີບ ຂອງທະນາຄານທຸລະກິດ ຕາມທ່າອ່ຽງຂອງເງິນເຟີ້.
ໃນທົ່ວປະເທດມີທະນາຄານທຸລະກິດ ທັງໝົດ 42 ແຫ່ງ, ເມື່ອທຽບໃສ່ທ້າຍປີ 2016 ມີສາຂາເພີ່ມຂຶ້ນ 2 ແຫ່ງ ແລະ ໜ່ວຍບໍລິການເພີ່ມຂຶ້ນ 1 ແຫ່ງ, ຮ້ານແລກປ່ຽນເງິນຕາຕ່າງປະເທດ ຂອງເອກະຊົນ ມີ 247 ຮ້ານ ແລະ ທະນາຄານທຸລະກິດ 37 ຮ້ານ ແລະ ສະຖາບັນການເງິນ 176 ແຫ່ງ ທີ່ຢູ່ພາຍໃຕ້ການຄຸ້ມຄອງ. ນອກນີ້, ຍັງມີກອງທຶນບ້ານ ປະມານ 4.815 ແຫ່ງ ທີ່ບໍ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທຫລ, ຊຶ່ງກອງທຶນເຫລົ່ານີ້ ສ້າງຕັ້ງຂຶ້ນຕາມໂຄງການຕ່າງໆ ທີ່ໄດ້ຮັບການສະໜັບສະໜູນເງິນກູ້ຢືມຈາກຕ່າງປະເທດ ຫລື ປະຊາຊົນໂຮມກັນສ້າງຕັ້ງຂຶ້ນເອງ. ປັດຈຸບັນ ທຫລ ກຳລັງສຸມໃສ່ພັດ ທະນາລະບົບການຄຸ້ມຄອງທະນາຄານທຸລະກິດ ໄປສູ່ການຄຸ້ມຄອງຕາມຄວາມສ່ຽງ ແລະ ຫລັກການຂອງ ບາເຊວ 2 (BASEL 2) ເພື່ອຮອງຮັບການເຊື່ອມໂຍງພາກພື້ນ.
ສຳລັບແຜນການປີ 2017 ທີ່ສະພາຮັບຮອງເອົາແລ້ວ ເປັນຕົ້ນແມ່ນ ປະກອບສ່ວນຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ, ຮັບປະກັນສະຖຽນລະພາບ ດ້ານເງິນຕາໃຫ້ມີຄວາມໝັ້ນທ່ຽງ, ຄັງສຳຮອງເງິນຕາຕ່າງປະເທດຮັບປະ ກັນ ການນຳເຂົ້າໃຫ້ໄດ້ 5 ເດືອນ, ປະລິມານເງິນເພີ່ມຂຶ້ນ 20%, ເງິນຝາກໃຫ້ຢູ່ໃນລະດັບ 57% ແລະ ຍອດສິນເຊື່ອໃຫ້ຢູ່ໃນລະດັບ 54% ຂອງ GDP, ໜີ້ເສຍໃຫ້ຢູ່ໃນລະດັບ 3% ຂອງຍອດສິນເຊື່ອທັງໝົດ. ນອກຈາກນີ້ ທຫລ ໄດ້ສຳເລັດການສ້າງ ແລະ ປັບປຸງນິຕິກຳທີ່ເປັນພື້ນຖານ ໃຫ້ແກ່ການເຄື່ອນໄຫວວຽກງານ ຄຸ້ມຄອງຫລັກຊັບຈຳນວນ 7 ສະບັບ ແລະ ປັດຈຸບັນມີນິຕິກຳທັງໝົດ 46 ສະບັບ.
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ