spot_img
Homeຂ່າວທ້ອງຖິ່ນເຈົ້າແຂວງຈຳປາສັກ ເນັ້ນຫລາຍບັນຫາ ສ້າງເມືອງປາກເຊ ກາຍເປັນເມືອງສີຂຽວ!

ເຈົ້າແຂວງຈຳປາສັກ ເນັ້ນຫລາຍບັນຫາ ສ້າງເມືອງປາກເຊ ກາຍເປັນເມືອງສີຂຽວ!

Published on

ໃນໂອກາດ ​ທີ່ທ່ານເຈົ້າແຂວງໆຈຳປາສັກ ລົງໄປຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ເມືອງປາກເຊ ທ່ານ ໄດ້ເນັ້ນໃຫ້ຄະນະນຳ ແລະ ອຳນາດການປົກຄອງ ເມືອງປາກເຊ ເອົາໃຈໃສ່ໃນການ ແກ້ໄຂບັນຫາຂີ້ເຫຍື້ອ ແລະ ຫລາຍບັນຫາສຳຄັນ ເພື່ອສ້າງໃຫ້ເມືອງປາກເຊ ກາຍເປັນເມືອງສີຂຽວ ສະອາດສວຍງາມ, ໜ້າຢູ່, ໜ້າທ່ຽວຊົມ ຮອງຮັບ ແກ່ການສ້າງເປັນ ນະຄອນໃນອະນາຄົດ.

​ເພື່ອ​ປະຕິບັດ​ວຽກ​ງານ​ດັ່ງກ່າວ ​ໃຫ້​ມີ​ຜົນສຳ​ເລັດ ກ່ອນ​ອື່ນ​ໝົດ​ອຳນາດການປົກຄອງ ເມືອງປາກເຊ ທຸກຂັ້ນຕ້ອງໄດ້ເອົາໃຈໃສ່ ແກ້ໄຂບັນຫາຂີ້ເຫຍື້ອ ໜຶ່ງໃນນັ້ນ ໃຫ້ດຶງເອົາ ບໍລິສັດເອກະຊົນ ເຂົ້າມາສຳປະທານຈັດເກັບຂີ້ເຫຍື່ອ ໂດຍສົມທົບກັບເມືອງປາກເຊ ແລະ ອພບຕ ເປັນຜູ້ຄຸ້ມຄອງກວດກາ. ສຳລັບບັນຫາການຂາຍເຄື່ອງ ໃສ່ທາງຄົນຍ່າງ ເຮັດໃຫ້ຕົວເມືອງບໍ່ຈົບງາມ, ການປ່ອຍສັດເຂົ້າເສັ້ນທາງ, ການຖິ້ມຂີ້ເຫຍື້ອຊະຊາຍ ຂອງລົດໂດຍສານ ແລະ ວຽກງານອື່ນໆ ແມ່ນຕ້ອງສ້າງຕັ້ງ ຄະນະກຳມະການ ໂດຍມີຫ້ອງການ ທີ່ກ່ຽວຂ້ອງ ລົງໄປກວດກາ ຄວາມເປັນລະບຽບຮຽບຮ້ອຍ ຖ້າພົບເຫັນແມ່ນ ໃຫ້ສຶກສາອົບຮົມ ແລະ ເຮັດບົດບັນທຶກ, ຖ້າຍັງບໍ່ປະຕິບັດ ຕາມແມ່ນປັບໃໝ ແລະ ດຳເນີນມາດຕາການ ຕາມລະບຽບກົດໝາຍຢ່າງຈິງຈັງ. ໃຫ້ອອກແຈ້ງການ ລົງສູ່ກຸ່ມບ້ານ, ບ້ານ, ຄອບຄົວ ໃຫ້ເປັນເຈົ້າໃນການຮັກສາ ຄວາມສະອາດ ໃນບໍລິເວນອ້ອມ ຂ້າງເຮືອນຂອງຕົນ ຖ້າເຮືອນໃດ ເປິະເປື້ອນ ບໍ່ອະນາໄມ ແມ່ນລົງໄປຕັກເຕືອນ ສຶກສາອົບຮົບ ໂດຍມອບໃຫ້ ຄະນະກຳມະການກວດ ກາຂັ້ນເມືອງ ລົງສົມທົບກັບ ອຳນາດການ ປົກຄອງບ້ານ ເພື່ອສ້າງສະຕິເປັນເຈົ້າ ໃຫ້ກັບປະຊາຊົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...