spot_img
Homeຂ່າວການພັດທະນາເຈົ້າເມືອງອຸທຸມພອນລົງຕິດຕາມເບິ່ງການສ້ອມແປງເສັ້ນທາງບ້ານເຫຼົ່າໃຫຍ່

ເຈົ້າເມືອງອຸທຸມພອນລົງຕິດຕາມເບິ່ງການສ້ອມແປງເສັ້ນທາງບ້ານເຫຼົ່າໃຫຍ່

Published on

ໃນວັນທີ 22 ມີນາ 2023,ເຈົ້າເມືອງອຸທຸມພອນ ທ່ານ ແສນສັກ ພິມວົງສາ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມເບິ່ງການສ້ອມແປງເສັ້ນທາງບ້ານເຫຼົ່າໃຫຍ່ ເມືອງອຸທຸມພອນ ແຂວງສະຫວັນນະເຂດ, ເຊິ່ງມີອໍານາດການປົກຄອງບ້ານ ແລະ ອົງການຈັດຕັ້ງທຸກພາກສ່ວນຂອງບ້ານໃຫ້ການຕ້ອນຮັບ.

May be an image of 5 people, people standing and outdoors

 

ເຊິ່ງການລົງຕິດຕາມເບິ່ງການສ້ອມແປງເສັ້ນທາງຂອງທ່ານເຈົ້າເມືອງຄັ້ງນີ້ ກໍ່ໄດ້ຮັບຟັງການລາຍງານຈາກການຈັດຕັ້ງຂອງບ້ານວ່າ: ເສັ້ນທາງ ນັບຕັ້ງແຕ່ທາງເລກທີ 09 ແວ່ເຂົ້າໄປຫາບ້ານເຫຼົ່າໃຫຍ່ ຮອດບ້ານແມດ ເຊິ່ງມີຄວາມຍາວທັງໝົດ 6,2 ກິໂລແມັດ, ພໍຮອດຍາມລະດູຝົນເສັ້ນທາງດັ່ງກ່າວພົບຄວາມຫຍຸ້ງຍາກລໍາບາກໃນການສັນຈອນໄປມາ ມີແຕ່ບວກ ມີແຕ່ຂຸມ ໂດຍສະເພາະ ໃນຍາມເຈັບເປັນເອັນອຸ່ນ ຊິພາຄົນເຈັບໄປໂຮງໝໍແຮງມີຄວາມລໍາບາກ, ສະນັ້ນທາງການຈັດຕັ້ງບ້ານ ຈຶ່ງໄດ້ມີແນວຄວາມຄິດຢາກສ້ອມແປງເສັ້ນທາງດັ່ງກ່າວໃຫ້ກັບຄືນສູ່ສະພາບປົກະຕິທຽວໄປທຽວມາໄດ້ສະດວກສະບາຍ ເຖິງແມ່ນວ່າບໍ່ໄດ້ມາດຕະຖານສາກົນກໍຕາມ.

ດັ່ງນັ້ນ ແລ້ວຈຶ່ງໄດ້ລະດົມທຶນນໍາປະຊາຊົນທັງ 5 ບ້ານຄື: ບ້ານໂນນວິໄລ, ເຫຼົ່າໃຫຍ່, ແມດ, ໜອງບົວທອງ ແລະ ບ້ານວັງແຄນ, ພ້ອມທັງເຮັດບຸນຜ້າປ່າສາມັກຄີຂື້ນສົມທົບທຶນໃນການສ້ອມແປງເສັ້ນຄັ້ງນີ້, ໂດຍການສ້ອມແປງເສັ້ນທາງແມ່ນໄດ້ເລີ່ມມາແຕ່ວັນທີ 22 ກຸມພາ 2023 ແລະ ສໍາເລັດໃນທ້າຍເດືອນດຽວກັນ,ເຊິ່ງນໍາໃຊ້ດິນຖົມທາງທັງໝົດ 280 ລົດ, ມີຄວາມຍາວ 6,2 ກິໂລແມັດ, ກວ້າງ 06 ແມັດ, ຄິດເປັນມູນຄ່າທັງໝົດ 70 ລ້ານກີບ.

ໂອກາດດຽວກັນທ່ານເຈົ້າເມືອງ ກໍ່ຍັງໄດ້ມອບທຶນສົມທົບໃນການສ້ອມແປງເສັ້ນທາງເຂົ້າບ້ານດັ່ງກ່າວຕື່ມອີກ.

May be an image of 10 people, people standing, tree and outdoors

ທີ່ມາ Media Laos

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...