spot_img
Homeຂ່າວຕ່າງປະເທດເຈົ້າຂອງຫົວເຫວີ່ຍກ່າວ ສະຫະລັດບໍ່ສາມາດກຳຈັດຫົວເຫວີ່ຍໄດ້

ເຈົ້າຂອງຫົວເຫວີ່ຍກ່າວ ສະຫະລັດບໍ່ສາມາດກຳຈັດຫົວເຫວີ່ຍໄດ້

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 19 ກຸມພາ 2019 ວ່າ ສະຖານີໂທລະທັດບີບີຊີຂອງອັງກິດເຜີຍແຜ່ບົດສຳພາດຂອງທ່ານ ເຫຼິນ ເຈິ້ງຟູ ໄວອາຍຸ 74ປີ ອະດີດນັກວິເຄາະຂອງກອງທັບປົດປ່ອຍປະຊາຊົນຈີນ ແລະ ຍັງເປັນຜູ້ກໍ່ຕັ້ງບໍລິສັດ ຫົວເຫວີ່ຍ ເຕັກໂນໂລຢີ ຜູ້ຜະລິດອຸປະກອນສື່ສານໂທລະຄົມຂະໜາດໃຫຍ່ທີ່ສຸດຂອງໂລກຈາກຈີນ ນີ້ເປັນຄັ້ງທຳອິດໃນຮອບຫຼາຍປີທີ່ທ່ານ ເຫຼິນ ສົນທະນາກັບຜູ້ສື່ຂ່າວຕ່າງຊາດ ແລະ ສຳພາດຄັ້ງນີ້ໄດ້ມີການບັນທຶກໄວ້ຕັ້ງແຕ່ກາງເດືອນມັງກອນ 2019 ທີ່ຜ່ານມາ ແລະ ເປັນຄັ້ງດຽວທີ່ທ່ານ ເຫຼິນ ອອກມາຖະແຫຼງການກັບສື່ຕ່າງຊາດຫຼາຍສຳນັກກ່ຽວກັບສະຖານະການຂອງບໍລິສັດ.

ທ່ານ ເຫຼິນ ໄດ້ກ່າວວ່າ ຕໍ່ກັບຄະດີຄວາມຂອງທາຍາດຫົວເຫວີ່ຍ ນາງ ເມິ່ງ ຫວ່ານໂຈ ທີ່ຖືກທາງການການາດາຈັບກຸມຕົວໃນວັນທີ 1 ທັນວາ 2018ທີ່ຜ່ານມາ ແລະ ກຳລັງລໍຖ້າການພິຈາລະນາຈາກສານວ່າຈະສົ່ງຕົວໄປທີ່ສະຫະລັດ ຫຼື ບໍ່ນັ້ນ ຄິດວ່າເປັນຄະດີທາງການເມືອງ ທີ່ຕົວເຂົາບໍ່ສາມາດຍອມຮັບໄດ້ ແລະ ມີຄວາມວິຕົກກັງວົນຢ່າງຍິ່ງຕໍ່ຊີວິດການເປັນຢູ່ຂອງລູກສາວນັບຕັ້ງແຕ່ຮັບຮູ້ຂ່າວ ພ້ອມທັງຢືນຢັນວ່າຫົວເຫວີ່ຍ ບໍ່ເຄີຍມີສວ່ນກ່ຽວຂ້ອງກັບການເຮັດກິດຈະກຳສອດແນມເອົາຄວາມລັບໃດໆທັງນັ້ນ.

ທັງນີ້, ທ່ານ ເຫຼິນໄດ້ກ່າວຕື່ມອີກວ່າ ໂລກບໍ່ສາມາດຫັນຫຼັງໃຫ້ກັບຫົວເຫວີ່ຍໄດ້ ເພາະຕອນນີ້ບໍລິສັດໄດ້ພັດທະນາເຕັກໂນໂລຢີດ້ານນີ້ໄປໄກຫຼາຍແລ້ວ ເຖິງແມ່ນວ່າສະຫະລັດຈະພະຍາຍາມ ເກ້ຍກ່ອມໃຫ້ປະເທດພັນທະມິດລະງັບ ຫຼື ຢຸດຕິຄວາມສຳພັນກັບຫົວເຫວີ່ຍ ແຕ່ບໍລິສັດສາມາດຫາທາງເພື່ອຮັບມືກັບສະຖານະການໄດ້ ຫາກລັດຖະບານສະຫະລັດຍັງບໍ່ມີຄວາມເຊື່ອໃຈຕໍ່ຫົວເຫວີ່ຍ ເຂົາຈະສາມາດຍ້າຍການລົງທຶນຂອງບໍລິສັດໄປທີ່ປະເທດອື່ນ “ສະຫະລັດບໍ່ມີທາງທຳລາຍຫົວເຫວີ່ຍໄດ້” ແລະ ສະຫະລັດເປັນພຽງສ່ວນໜຶ່ງຂອງໂລກນີ້ ບໍ່ແມ່ນຕົວແທນຂອງໂລກນີ້.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...