spot_img
Homeຂ່າວພາຍ​ໃນເຈາະເສົາເຂັມຖືກທໍ່ນໍ້າປະປາຂະໜາດໃຫຍ່ ກະທົບປະຊາຊົນເປັນວົງກວ້າງ (ມີຄລິບ)

ເຈາະເສົາເຂັມຖືກທໍ່ນໍ້າປະປາຂະໜາດໃຫຍ່ ກະທົບປະຊາຊົນເປັນວົງກວ້າງ (ມີຄລິບ)

Published on

ຕາມການລາຍງານຈາກນໍ້າປະປານະຄອນຫຼວງ ມື້ວານນີ້ ວັນທີ 19 ພະຈິກ 2017 ໄດ້ເກີດເຫດທໍ່ນ້ຳປະປາແຕກແລະພຸ່ງອອກມາຢ່າງແຮງ ທີ່ບ້ານອາກາດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນເຫດໃຫ້ປະຊາຊົນບໍ່ສາມາດຊົມໃຊ້ນໍ້າປະປາໄດ້ເປັນບໍລິເວນກວ້າງເປັນເວລາຫຼາຍຊົ່ວໂມງ.

ຕາມແຫຼ່ງຂ່າວລະບຸວ່າ ເຫດການດັ່ງກ່າວເກີດຈາກ ການກໍ່ສ້າງໄດ້ໃຊ້ລົດຂຸດເຈາະເພື່ອຝັງເສົາເຂັມການກໍ່ສ້າງອາຄານຂອງປະຊາຊົນ ແລ້ວບັງເອີນໄປຂຸດຖືກທໍ່ນໍ້າປະປາຂະໜາດໃຫຍ່ ເຮັດໃຫ້ນໍ້າປະປາພຸ່ງອອກມາຢ່າງແຮງ. ແຕ່ພາຍຫຼັງໄດ້ຮັບແຈ້ງ ເຈົ້າໜ້າທີ່ລັດວິສາຫະກິດນໍ້າປະປານະຄອນຫຼວງ ກໍໄດ້ພ້ອມກັນໄປແກ້ໄຂໃຊ້ເວລາຫຼາຍຊົ່ວໂມງ ແລະສາມາດແກ້ໄຂສຳເລັດໃນເວລາ 3 ໂມງເຊົ້າຂອງມື້ນີ້ ວັນທີ 20 ພະຈິກ 2017.

ນໍ້າປະປາບໍ່ມາມີຫຼາຍສາເຫດ ທັງແບບຕັ້ງໃຈແລະບໍ່ຕັ້ງໃຈ. ແບບຕັ້ງໃຈຄື ມີການກໍ່ສ້າງ, ວາງທໍ່ ຫຼືສ້ອມແປງທໍ່ນໍ້າປະປາ ແບບທີ່ປະຕິບັດຕາມແຜນ ແບບນີ້ທາງວິສາຫະກິດຯຈະແຈ້ງການກ່ອນລ່ວງໜ້າທຸກເທື່ອ. ແບບບໍ່ຕັ້ງໃຈຈະເປັນຄືອຸບັດເຫດ ເຊັ່ນ ນໍ້າຮົ່ວແຮງ, ທໍ່ນໍ້າແຕກ, ເຄື່ອງຈັກປໍ້ານ້ຳເພ… ແບບນີ້ເກີດຂຶ້ນແບບບໍ່ໄດ້ຕັ້ງໃຈ ບໍ່ສາມາດແຈ້ງການທັນ.

ການສ້ອມແປງນໍ້າຮົ່ວເປັນການສ້ອມແປງທີ່ຫຍຸ້ງຍາກແລະໃຊ້ເວລາດົນ ເພາະທໍ່ນໍ້າຝັງຢູ່ພື້ນດີນ ບາງເທື່ອກໍຢູ່ກ້ອງເສັ້ນທາງລົດ ຕ້ອງນຳໃຊ້ເຄື່ອງມືກວດກາຫາຈຸດນໍ້າຮົ່ວໃຫ້ແນ່ໃຈກ່ອນ ແລ້ວຈຶ່ງຕັດສິນໃຈຂຸດເຈາະລົງໄປ ຖ້າບໍ່ພົບກໍຕ້ອງຂຸດເຈາະບ່ອນໃໝ່ຕື່ມຈົນພົບ ແລ້ວຈຶ່ງໄດ້ທຳການແກ້ໄຂ. ດັ່ງນັ້ນ, ການແກ້ໄຂບັນຫາບາງເທື່ອຈຶ່ງຊັກຊ້າແລະໃຊ້ເວລາຫຼາຍຊົ່ວໂມງຈຶ່ງສຳເລັດ.

ນອກຈາກນັ້ນແລ້ວ ບາງລະດູການຄົນໃຊ້ນໍ້າຫຼາຍ ຈຶ່ງເຮັດໃຫ້ນໍ້າບໍ່ສາມາດໄຫຼຂຶ້ນໃນຈຸດທີ່ສູງໄດ້ ກໍເປັນເຫດໃຫ້ໃນເຂດທີ່ສູງບໍ່ມີນໍ້າປະປາ. ວິທີການທີ່ດີນັ້ນ ແຕ່ລະເຮືອນຄວນຈະມີຖັງນໍ້າຫຼືຄຸຂະໜາດໃຫຍ່ໂຕ່ງນໍ້າເອົາໄວ້ ເພື່ອມື້ມີເຫດການນໍ້າປະປາບໍ່ມາກໍຈະບໍ່ໄດ້ເດືອດຮ້ອນຫຼາຍ.

ພ້ອມກັນນີ້ ລັດວິສາຫະກິດນະຄອນຫຼວງກໍໄດ້ຮຽກຮ້ອງມາຍັງຜູ້ຊົມໃຊ້ນໍ້າ ຜູ້ນໍ້າໄຫຼແຮງກໍຈົ່ງໃຊ້ຢ່າງປະຢັດ ເພື່ອໃຫ້ນໍ້າໄຫຼຂຶ້ນໄປໃນຈຸດທີ່ສູງ ຫຼືໃຫ້ໄຫຼຮອດບ້ານອື່ນທີ່ຢູ່ໄກ, ຖ້າຫາກພົບເຫັນທໍ່ນໍ້າປະປາແຕກ ນໍ້າຮົ່ວ ຂໍໃຫ້ໂທແຈ້ງໄປທີ່ສາຍດ່ວນ 1169 ຕະຫຼອດ 24 ຊົ່ວໂມງ ຈະມີທີມງານລົງໄປແກ້ໄຂທັນທີ.

ຕິດຕາມການແຈ້ງການປິດນໍ້າປະປາຊົ່ວຄາວໄດ້ທີ່ນີ້: https://www.facebook.com/nampapalao/

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...