ເງິນຢວນຈີນ ອ່ອນຄ່າລົງເກືອບ 2%

400xccx

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 11 ສິງຫາ 2015, ທະນາຄານ​ປະຊາຊົນຈີນ ປະກາດ​ອັດຕາ​ແລກປ່ຽນ​​ເງິນ​ຢວນອ່ອນ​ຄ່າ​ຫລົງເກືອບ 2% ​ເມື່ອທຽບກັບເງິນໂດລາສະຫະລັດ ​ເທົ່າ 6,2298 ຢວນຕໍ່​ໂດ​ລາ​ສະຫະລັດ ອອ່ນຄ່າ​ລົງ​ຈາກ 6,1162 ຢວນ ຕໍ່​ໂດ​ລາ​ສະຫະລັດ ເທົ່າກັບ 1,86% ຫລາຍທີ່ສຸດ ນັບ​ແຕ່​ຈີນ ​ປະຕິ​ຮູບ​ລະບົບ​ຄ່າ​ເງິນ​ໃນ​ປີ 2005. ການ​ປັບ​​ເງິນ​ຢວນອ່ອນ​ຄ່າ​ລົງຄັ້ງນີ້ ເພື່ອຊຸກຍູ້ການປະຕິຮູບຕະຫລາດ ແລະ ສົ່ງເສີມການສົ່ງອອກ​ໃຫ້​ເພີ່ມ​ຂຶ້ນ.

 

ຂອບໃຈຂ່າວຈາກ:

ຂປລ