Homeຂ່າວເຫດການຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ X ອົງຄະນະພັກ ແຂວງຜົ້ງສາລີ

ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ X ອົງຄະນະພັກ ແຂວງຜົ້ງສາລີ

Published on

_PRD7479 13.08.1

ຂປລ. ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ X ຂອງ​ອົງຄະ​ນະ​ພັກ​ແຂວງ ຜົ້ງ​ສາລີ​ໄດ້​ອັດ​ລົງ​ດ້ວຍ​ຜົນ​ສໍາ​ເລັດ​ຢ່າງ​ຈົບງາມ ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ສິງຫາ 2015 ນີ້ ຢູ່​ຫໍ​ວັດທະນະ​ທໍາ​ແຂວງຜົ້ງ​ສາລີ ພາຍຫລັງ​ກອງ​ປະຊຸມ​ໄດ້​ດໍາ​ເນີ​ນ​ເປັນ​ເວລາ 3 ວັນ​ເລີ່ມ​ແຕ່ວັນ ທີ 10-12 ສິງຫາ 2015 ​ໂດຍ​​ເປັນກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ​ສົມ​ສະຫວາດ ​ເລັ່ງສະຫວັດ ກໍາມະການ​ກົມ​ການ​ເມືອງສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ ​ແລະ ​ເປັນ​ປະທານ​ຂອງ​ສະຫາຍ ຄໍາ​ເຈນ  ວົງ​ໂພ​ສີ ກໍາມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ ຜົ້ງ​ສາລີ, ມີ​ຜູ້​​ແທນ​ສົມບູນເຂົ້າ​ຮ່ວມ 268 ສະຫາຍ ຍິງ 37 ສະຫາຍ,  ​ເປັນ​ຕົວແທນ​ໃຫ້​ແກ່​ສະມາຊິກ​ພັກ​ໃນ​ທົ່ວ​ແຂວງ ທັງໝົດ 9.044 ສະຫາຍ ​ແລະ ​ແຂກ​ຖື​ເຊີນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ກອງ​ປະຊຸມ​​ໃຫຍ່​ຄັ້ງ​ນີ້ ​ໄດ້​ປະກອບ​ຄໍາ​ຄິດ​ຄໍາ​ເຫັນ ​ແລະ ຮັບຮອງ ​ເອົາ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ຜູ້​ແທນ ​ແລະ ​ແຜນ​ພັດ​ທະນາ​ເສດຖະກິດ-​ສັງຄົມ 5 ປີ​ຄັ້ງ​ທີ VIII ​ແຕ່​ປີ 2016-2020 ຂະນະ​ທີ່ ​ ​ສະຫາຍ ຄໍາ​ເຈນ ວົງ​ໂພ​ສີ​ ກໍາມະການ​ສູນ​ກາງ​ພັກ ​ເລຂາ​ພັກ​ແຂວງ  ​​ເຈົ້າ​ແຂວງຜົ້ງສາລີ ​ໄດ້​ຜ່ານ​ບົດ​ລາຍ​ງານ​​ວ່າ: ​ຕະຫລອດ​ໄລຍະ 5 ປີ​ແຫ​່ງການຈັດ​ຕັ້ງ​ປະ​ຕີ​ບັດ​ ມະ​ຕິ IX  ຂອງ ​ພັກ​ ກໍ​ຄື​ມະຕິ​ກອງ​ປະຊຸມ ​ໃຫຍ່​ຂອງ​ຄະນະ​ພັກ​ແຂວງ ​ໄດ້​ມີ​ຜົນ​ສໍາ​ເລັດ ​ໃນ​ຫລາຍ​ດ້ານ ​ໂດຍ​ສະ​ເພາະໃນ​ຂອບ​ເຂດ​ທົ່ວ​ແຂວງ ​ສືບຕໍ່​ມີ​ຄວາມ​ສະຖຽນລະພາບທາງ​ດ້ານ​ການ​ເມືອງ, ສັງຄົມ​ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ໂດຍ​ພື້ນຖານ​ເສດຖະກິດ ​ໄດ້​ຮັບ​ການ​ພັດທະນາ, ຂະຫຍາຍຢ່າງ ​ຕໍ່​ເນືອງ ​ແລະ​ ຖື​ກທິດ, ຈັງຫວະ​ການ​ເຕີບ​ໂຕຂອງ​ເສດຖະກິ​ດສະ​ເລ່ຍປະ​ມານ 9% ຕໍ່​ປີ​ ໃນ​ນັ້ນ​ຂະ​ແໜງກະ​ສີ​ກໍາ​- ປ່າ​ໄມ້ ​ເພີ​ມຂຶ້ນນ​ປະມານ 7% ອຸດສາ​ຫະກໍາປະມານ 10%  ລວມຍອດ​ຜະລິດຕະພັນ​ພາຍ​ໃນ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃນ​ປີ 2015 ​ໄດ້ 978 ​ໂດ​ລາ​ສະຫະລັດ, ຖັນ​ ແຖວ​ຂອງ​ພະນັກງານສະມາຊິກ​ພັກ ​ໄດ້​ຮັບ​ການ​ບຳລຸງ ​ແລະ ກໍ່​ສ້າງ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂຶ້ນ, ປະຊາ​ຊົນ​ບັນດາ​ເຜົ່າ​ມີ​ຄວາມ​ສາມັກ​ຄີ​ເປັນ​ປຶກ​ແຜ່ນ ​ແລະ ​ເຊື່ອໝັ້ນຕໍ່ການ​ນຳພາ​ຂອງ​ພັກ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ນັບ​ມື້​ໄດ້​ຮັບ​ການ​ແກ້​ໄຂ​ດີ ​ຂຶ້ນ, ໂດຍ​ນຳ​ໃຊ້ 4 ຂະ​​ແໜງການ​ຫລັກ ​ຕິດ​ພັນ​ກັບ 4 ທາງ​ອອກ​ຂອງ​ແຂວງ ​ເຂົ້າ​ໃນ​ການ​ພັດທະນາ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ມາ ​ຮອດ​ປັດຈຸບັນ​ຄອບຄົວ​ທຸກ​ຍາກ​ໄດ້​ຫລຸຸດລົງ​ຍັງ​ເຫລືອ 27%, ບ້ານ​ທຸຸກຍາກ​ຍັງ​ເຫລືອ 63% ຫລຸດ​ລົງ​ເກືອບ 24% ມີ​ບ້ານ​ພັດທະນາ​ແລ້ວ 71 ບ້ານ​, ກວມ 14% ທຽບ​ໃສ່​ປີ 2011 ​ເພີ່ມ​ຂຶ້ນ 52 ບ້ານ ​ແລະ ​ເມືອງ​ພົ້ນ​ທຸກ 1 ​ເມືອງ. ​

ພ້ອມ​ນີ້ ​ກອງ​ປະຊຸມ​ໄດ້​ປ່ອນ​ບັດ​ຄັດເລືອກ​​ເອົາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ​ຊຸດ​ໃໝ່ ​ ເພື່ອ​ສືບຕໍ່ຊີ້​ນຳໆ​ພາໃນ​ຂັ້ນ​ຕໍ່​ໄປ ​ເຊິ່ງຜົນຂອງ​ການ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ​ຜົ້ງ​ສາລີ​ ສະ​ໄໝທີ X ​ໄດ້31 ສະຫາຍ, ຍິງ 3 ສະ ຫາຍ​ແລະ ​ຄັດ​ເລືອກ​ເອົາ​ຄະນະ​ປະຈຳ​ພັກ​ແຂວງ 9 ສະຫາຍ ​ໃນ​ນັ້ນ ​ໄດ້​ເປັນ​ເອກະພາບ​ຢ່າງ​​ຮັບຮອງ​ເອົາ​ເລຂາ ​ແລະ ຮອງ​ເລຂາ ຄະນະ​ບໍລິຫານ​ພັກ​ແຂວງ ສະ​ໄໝ X ​ໂດຍ​ມີ ​ສະຫາຍ ຄຳ​ເຈນ ວົງ​ໂພ​ສີ ​ເປັນ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ,​ ສະຫາຍ ​ແພງ​ ລີລາ​ວົງ , ສະ​ຫາຍ ​ພົຈວ ທອງ​ເສັດ  ​ແສນ​ວົງ  ​ແລະ ສະຫາຍ ບົວທອງ ອູ່​ແສງ​ຄຳ ​ເປັນຮອງ​ເລຂາ​ພັກ​ແຂວງ; ​​ເລືອກ​ປະທານ​ກວດກາ​ພັກ​ຈຳນວນ 4 ສະຫາຍ ໃນ​ນັ້ນ​ໄດ້​ເລືອກ​ເອົາ​ສະຫາຍ ຄຳ​ຈັນ ຄຳ​ວົງ​ໃຈ ​ເປັນ​ປະທານ​ກວດກາ​ພັກ, ​​ສະຫາຍ ບຸນ​ສຸກ ສໍ​ມະ​ເອີ, ສະຫາຍ ສົມ​ຕຸ້ຍ ​ໄຊ​ພະຈັນ ​ແລະ ສະຫາຍ ນາງ ພອນ​ນະລີ ບຸຸດທະ​ຈິດ ​​ເປັນ​ຮອງ​ປະທານ​ຄະ​ນະ​ກວດກາ​ພັກ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...