spot_img
Homeນານາສາລະເຄັບລັບປ້ອງກັນນ້ອງສາວມີກິ່ນ ໃຫ້ສາວໆກັບມາໝັ້ນໃຈໃນຕົວເອງ

ເຄັບລັບປ້ອງກັນນ້ອງສາວມີກິ່ນ ໃຫ້ສາວໆກັບມາໝັ້ນໃຈໃນຕົວເອງ

Published on

ການດູແລຊ່ອງຄອດຂອງສາວໆ ເປັນເລື່ອງສຳຄັນທີ່ຄວນໃສ່ໃຈເປັນພິເສດ ເພາະຖ້າຢາກໃຫ້ນ້ອງສາວເຮົາຍັງງາມ ແລະບໍ່ມີກິ່ນທີ່ບໍ່ປະສົງຕ່າງໆ ມື້ນີ້ເຮົາມີວິທີມາແນະນຳສາວໆ

  1. ຢ່າທຳຄວາມສະອາດນ້ອງສາວດ້ວຍການສີດນໍ້າ: ການສີດນໍ້າໃສ່ອາດເປັນການທຳລາຍ ຄວາມສົມດູນແບັກທີເລຍທີ່ດີ ທີ່ຢູ່ໃນນ້ອງສາວໄດ້ ເຮັດໃຫ້ແບັກທີເລຍຊະນິດອື່ນເຕີບໂຕ ແລະກໍ່ໃຫ້ເກີດກິ່ນ
  2. ກິນໂຢເກິດ: ຢູ່ໃນໂຢເກິດມີ ເຊື້ອຈຸລິນຊີ ມີຊີວິດທີ່ຊ່ວຍສ້າງໂພຣໄບໂອຕິກ ໃນຮ່າງກາຍ ຊ່ວຍປ້ອງກັນກິ່ນຂອງນ້ອງສາວ ໃນລະດັບທີ່ບໍ່ຮຸນແຮງຫຼາຍ ຫຼືໃນກໍລະນີທີ່ຫາກໍ່ຕິດເຊື້ອລາ, ນອກຈາກນີຍັງໃຊ້ເປັນມາດຕະການປ້ອງກັນກິ່ນນ້ອງສາວທີ່ດີ ຖ້າເລີ່ມປິ່ນປົວແຕ່ທຳອິດ
  3. ຢ່າໃຊ້ຜ້າອະນາໄມ ຫຼືແຜ່ນອະນາໄມໃນຊ່ວງບໍ່ມີປະຈຳເດືອນ: ຖ້າເຈົ້າຢາກໃຫ້ຂອງແຫຼວອອກຈາກນ້ອງສາວອອກໄປຮ່າງກາຍ ກໍຢ່່າເອົາແຜ່ນອະນາໄມໄປໃຊ້ເວລາບໍ່ເປັນປະຈຳເດືອນ, ແຕ່ຄວນໃຊ້ເວລາຈຳເປັນ ຫຼືເປັນປະຈຳເດືອນເທົ່ານັ້ນ ແລະຫ້າມໃຊ້ຊະນິດທີ່ປະສົມນໍ້າຫອມເດັດຂາດ ເພາະມັນຈະທຳລາຍຄວາມສົມດູນທຳມະຊາດໃນຮ່າງກາຍ

4.​ ເຊົາໃຊ້ສະບູ ຫຼືຄີມອາບນໍ້າທີ່ມີສ່ວນປະສົມຂອງນໍ້າຫອມ: ປ່ຽນມາໃຊ້ສະບູທີ່ອ່ອນໆ ກັບນໍ້າອຸ່ນ ເພາະສະບູທີ່ເຂັ້ມຂຸ້ນ ຫຼືມີສານເຄມີ ແລະນໍ້າຫອມຫຼາຍເກີນໄປ ຈະເຮັດໃຫ້ນ້ອງສາວຫຼັ່ງຂອງແຫຼວກິ່ນບໍ່ດີອອກມາຫຼາຍຂຶ້ນ

ນອກຈາກທີ່ກ່າວມານັ້ນແລ້ວ ສາວໆ ຄວນກິນຜັກ, ໝາກໄມ້ສົດ, ຖົ່ວ ແລະນໍ້າສະອາດຫຼາຍໆ ແລະຖ້າເປັນຄົນມັກກິນໂຢເກິດ ກໍຄວນກິນຕໍ່ໄປເລີຍ ເພາະໄພຣໂບໂອທິດໃນໂຢເກິດ ຈະຊ່ວຍຮັກສາຄວາມສົມດູນຂອງຊ່ອງຄອດໃຫ້ດີຢູ່ສະເຫມີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...