ເກົາຫຼີໃຕ້ຈະສົ່ງທຸກການຊ່ວຍເຫຼືອມາທີ່ລາວ ເພື່ອຮັບຜິດຊອບໄພພິບັດຈາກເຫດການເຂື່ອນແຕກ

ສຳນັກຂ່າວ ຢອນຮັບ ຂອງເກົາຫຼີໃຕ້ລາຍງານເມື່ອວັນທີ 24 ກໍລະກົດ 2018 ວ່າ ບໍລິສັດ SK Engineering and Construction ເຊິ່ງຖືຫຸ້ນໃນບໍລິສັດໄຟຟ້າເຊປຽນ-ເຊນໍ້ານ້ອຍ 26% ໄດ້ສົ່ງທີມຊ່ວຍເຫຼືອ ພ້ອມເຮລິຄັອບເຕີມາທີ່ ສປປ ລາວ ແລ້ວ, ຂະນະທີ່ກະຊວງການຕ່າງປະເທດເກົາຫຼີລະບຸວ່າ ບໍລິສັດ Korean Western Power ແລະ ເປັນອີກໜຶ່ງໃນຜ້ຖືຫຸ້ນບໍລິສັດໄຟຟ້າເຊປຽນ-ເຊນໍ້ານ້ອຍ 25% ກໍ່ໄດ້ສົ່ງການຊ່ວຍເຫຼືອມາທີ່ ສປປ ລາວ ແລ້ວ ບໍ່ວ່າຈະເປັນເຮືອບິນເຮລິຄັອບເຕີ, ເຮືອ ແລະ ທີມກູ້ໄພ.

ເຊິ່ງເຂື່ອນເຊປຽນ-ເຊນໍ້ານ້ອຍ ແມ່ນຕັ້ງຢູ່ເຂດພູພຽງບໍລິເວນ ເຂດເມືອງປາກຊ່ອງ ແຂວງ ຈຳປາສັກ ຕໍ່ຊາຍແດນແຂວງ ອັດຕະປື, ເຊິ່ງໄດ້ເລີ່ມມີການກໍ່ສ້າງມາຕັ້ງແຕ່ທ້າຍປີ 2013 ແລະ ຄາດວ່າຈະສຳເລັດໃນຕົ້ນປີ 2019 ໂດຍມີເຈົ້າຂອງໂຄງການແມ່ນບໍລິສັດໄຟຟ້າເຊປຽນ-ເຊນໍ້ານ້ອຍ ພາຍໃຕ້ການຮ່ວມຫຸ້ນຂອງບໍລິສັດ  SK Engineering and Constriction (SK E&C) ຈາກປະເທດເກົາຫຼີໃຕ້ ຖືຫຸ້ນຢູ່ 26%, ບໍລິສັດ Korean Western Power (KOWEPO) ຈາກປະເທດເກົາຫຼີໃຕ້ ຖືຫຸ້ນຢູ່ 25%, ບໍລິສັດ Ratchaburi Electricity Generating Holding Public (RATCH) ຈາກປະເທດໄທ ຖືຫຸ້ນ 25% ແລະ ລັດວິສາຫະກິດຖືຫຸ້ນລາວ (LHSE) ຖືຫຸ້ນ 24% ມູນຄ່າໂຄງການ 1.020 ລ້ານໂດລາສະຫະລັດ ໂດຍເຂື່ອນທີ່ແຕກນັ້ນແມ່ນຢູ່ໃນຂັ້ນຕອນກໍ່ສ້າງທີ່ສຳເລັດແລ້ວ 90%

ໃນດ້ານຂອງລັດຖະບານໄທກໍ່ຢືນຢັນວ່າຈະໃຫ້ການຊ່ວຍເຫຼືອລາວຢ່າງເຕັມທີ່ ລວມເຖິງການສົ່ງຜູ້ຊ່ຽວຊານດ້ານກຸ້ໄພມາທີ່ ສປປ ລາວແລ້ວ.

 

ແຫລ່ງຂ່າວ: ອິດສະຫຼະ