Homeຂ່າວນໍ້າຖ້ວມUN ແລະ ຫຼາຍປະເທດສະແດງເຈດຈຳນົງຊ່ວຍລາວໃນເຫດໄພພິບັດເຂື່ອນແຕກທີ່ອັດຕະປື

UN ແລະ ຫຼາຍປະເທດສະແດງເຈດຈຳນົງຊ່ວຍລາວໃນເຫດໄພພິບັດເຂື່ອນແຕກທີ່ອັດຕະປື

Published on

ເມື່ອວັນທີ 25 ກໍລະກົດ 2018 ມີລາຍງານວ່າ ທ່ານ ສະຕີເຟັນ ດູຮາຣິກ ໂຄສົກອົງການສະຫະປະຊາຊາດຖະແຫຼງວ່າ ເລຂາທິການໃຫຍ່ອົງການສະຫະປະຊາຊາດເສຍໃຈຕໍ່ກັບການສູນເສຍຊີວິດ ແລະ ຊັບສິນອັນເກີດມາຈາກເຫດເຊປຽນ-ເຊນ້ຳນ້ອຍແຕກ ເນື່ອງຈາກພາຍຸຝົນຕົກໜັກ, ເຊິ່ງເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສະແດງຄວາມເສຍໃຈໄປຍັງຄອບຄົວຜູ້ປະສົບໄພ ແລະ ຕໍ່ລັດຖະບານລາວ ກໍ່ຄືປະຊາຊົນໃນອາຊີຕະເວັນອອກສຽງໃຕ້ ພ້ອມທັງສະແດງຄວາມພ້ອມຈະໃຫ້ການຊ່ວຍເຫຼືອ ແລະ ບັນເທົາທຸກແກ່ ສປປ ລາວ.

ຕໍ່ກັບບັນຫາດັ່ງກ່າວມີຫຼາຍປະເທດໄດ້ສະແດງເຈດຈຳນົງທີ່ຈະໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໂດຍສະເພາະບັນດາປະເທດໃນອາຊີເຊັ່ນ: ໄທ ແລະ ເກົາຫຼີໃຕ້ ແມ່ນສົ່ງທີມກູ້ໄພທີ່ຊ່ຽວຊານ ພ້ອມທັງເຮລິຄອບເຕີ, ເຮືອ ແລະ ອຸປະກອນທີ່ຈຳເປັນເຂົ້າມາໃນລາວແລ້ວ, ສ່ວນສິງກະໂປ ແລະ ມາເລເຊຍກໍ່ສະແດງເຈດຈຳນົງທີ່ພ້ອມຈະໃຫ້ການຊ່ວຍເຫຼືອລາວເທົ່າທີ່ຈະຊ່ວຍເຫຼືອໄດ້.

ໃນດ້ານຂອງລັດຖະບານລາວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ຄະນະກໍ່ໄດ້ລົງຕິດຕາມສະຖານະການການຊ່ວຍເຫຼືອຜູ້ປະສົບໄພຢ່າງໃກ້ຊິດ ຢູ່ທີ່ເມືອງສະໜາມໄຊ ແຂວງອັດຕະປື ພ້ອມທັງມອບເງິນຊ່ວຍເຫຼືອເບື້ອງຕົ້ນ 1.2 ຕື້ກີບ.

 ແຫລ່ງຂ່າວຈາກ: ອິດສະຫຼະ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...