spot_img
Homeຂ່າວພາຍ​ໃນເກີດເຫດໄຟໃຫມ້ເຮືອນຢູ່ບ້ານຂຸນຕາທ່າ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ 27/3/2016

ເກີດເຫດໄຟໃຫມ້ເຮືອນຢູ່ບ້ານຂຸນຕາທ່າ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ 27/3/2016

Published on

ໃນຕອນເຊົ້າວັນທີ27/3/2016 ເວລາ 10:21 ໂມງ ມີເຫດໄຟໃຫມ້ເຮືອນຢູ່ຫຼັງວັດບ້ານຂຸນຕາທ່າ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ

ຄວາມເສຍຫາຍແມ່ນ ເປັນເຮືອນຫ້ອງແຖວ 2 ຊັ້ນ ມີ 5 ຫ້ອງ ມີຄວາມເສຍຫາຍຫມົດ 4 ຫ້ອງ ສ່ວນອີກຫ້ອງ 1 ແມ່ນມີຄວາມເສຍຫາຍເຄິ່ງຫນຶ່ງ ແລະ ມີຜູ້ບາດເຈັບຈາກໄຟລວກຕາມຕົນໂຕ ເປັນເພດຊາຍ ອາຍຸ 35ປີ ທາງຫນ່ວຍກູ້ໄພມູນນິທິ ໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງຫມໍມະໂຫສົດ.

1120

ສ່ວນເພີງໃໝ້ທາງຫນ່ວຍງານສະກັດກັ້ນອັກຄີໄພນະຄອນຫລວງ ແລະ ຫນ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງສປປລາວ ແລະ ໜ່ວຍກູ້ໄພມູນນິທິຈີນ ໄດ້ຊ່ວຍກັນຄວບຄຸມໄຟໃໝ້ໄດ້ສຳເລັດ ປັດຈຸບັນຍັງບໍ່ທັນໄດ້ຊາບສາເກດຂອງການເກີດເພີງໃໝ້ໃນຄັ້ງນີ້ ຖ້າມີຂ່າວກ່ຽວກັບເລື່ອງນີ້ເພີ່ເຕີມຈະກັບມາລາຍງານໃຫ້ຊາບອີກຄັ້ງ.

ຊ່ວງນີ້ກໍ່ເຂົ້າຮອດລະດູແຫ້ງແລ້ງ ອາກາດຮ້ອນອົບເອົ້າທຸກຄົນຈົ່ງມີສະຕິໃນການນຳໃຊ້ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆທີ່ກ່ຽວກັບໄຟ ເພາະມັນເປັນສາເຫດເຮັດໃຫ້ເກີດເພີງໃໝ້ໄດ້ທຸກໆເວລາ ດ້ວຍຄວາມຫວັງດີຈາກທີມງານລາວໂພສຕ໌ ແລະ ຂໍສະແດງຄວາມເສຍໃຈກັບຜູ້ທີ່ໄດ້ຮັບເຄາະຮ້າຍໃນເຫດການຄັ້ງນີ້ດ້ວຍ!

 

ຂໍ້ມູນຈາກ: ເພສ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປລາວ 

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...