ເກີດເຫດວາງລະເບີດລົດເມ ຢູ່ເມືອງຫລວງອິດສະລາແອນ ບາດເຈັບຢ່າງໜ້ອຍ 21 ຄົນ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ເມສານີ້ວ່າ ໃນມື້ວານນີ້ (18 ເມສາ) ໄດ້ເກີດເຫດວາງລະເບີດ ລົດເມໂດຍສານຄັນໜຶ່ງ ຢູ່ນະຄອນຫລວງເຢຣູຊາແຣມ ປະເທດອິດສະລາແອນ ໂດຍແຮງລະເບີດໄດ້ເຮັດໃຫ້ ໄຟລຸກໄໝ້ລາມໄປໃສ່ລົດເມ ແລະ ລົດໃຫຍ່ຄັນອື່ນໆ ທີ່ຈອດຢູ່ໃກ້ຄຽງກັນ ຊຶ່ງມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 21 ຄົນ ໃນນັ້ນອາການສາຫັດ 2 ຄົນ, ປັດຈຸບັນເຈົ້າໜ້າທີ່ຕຳຫລວດ ກຳລັງທຳການສືບສວນວ່າ ໃນບັນດາຜູ້ໄດ້ຮັບບາດເຈັບນີ້ ມີຜູ້ລົງມືກໍ່ເຫດລວມຢູ່ນຳ ຫລື ບໍ່.

ທ່ານ ນີ ບາກັດ ຫົວໜ້າເທດສະບານນະຄອນເຢຣູຊາເຣມ ໄດ້ອອກມາຮຽກຮ້ອງໃຫ້ປະຊາຊົນ ຈົ່ງມີສະຕິລະວັງຕົວ ແລະ ມີຄວາມໝັ້ນໃຈ ກັບຄືນມາໃຊ້ຊີວິດຕາມປົກກະຕິ.

Emergency workers search the scene after a blast on a bus in Jerusalem, Israel Emergency workers search the scene after a blast on a bus in Jerusalem Israeli police forensic experts work at the scene after an explosion tore through a bus in Jerusalem Emergency workers search the scene after a blast on a bus in Jerusalem