ເກີດເຫດຢຽບກັນຕາຍຫຼາຍກວ່າ 50 ສົບຢູ່ເອຣິໂອເປຍ

0
1954

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 3 ຕຸລານີ້ວ່າ ເກີດເຫດຢຽບກັນຕາຍ ຢູ່ເອຣິໂອເປຍ ລະຫວ່າງພິທີເອີລີຊາ ຫຼືພິທີຂອບໃຈພະເຈົ້າ ຂອງຊາວໂອໂຣໂມ ເຊິ່ງໄດ້ມີປະຊາຊົນເຂົ້າຮ່ວມຫຼາຍພັນຄົນ ແຕ່ໄດ້ມີຄົນບາງກຸ່ມສວຍໂອກາດໄດ້ເຮັດການປະທ້ວງຕໍ່ຕ້ານລັດຖະບານ ຈົນມີການເກີດເຫດຮຸນແຮງ

ຜູ້ປະທ້ວງໄດ້ ຖິ້ມກ້ອນຫີນໃສ່ຕຳຫຼວດ ຈົນຕຳຫຼວດໄດ້ໃຊ້ກຳລັງ ກະສຸນຢາງ ແລະແກັສນໍ້າຕາ ເພື່ອສະຫຼາຍການຊຸມນຸມ ແຕ່ຜົນໄດ້ຮັບກັບເຮັດໃຫ້ປະຊາຊົນຕົກໃຈແຕກຕື່ນ ພາກັນແລ່ນໜີ ສົ່ງຜົນເຮັດໃຫ້ເກີດການຢຽບກັນຕາຍຮອດ 52 ຄົນ ແລະບາດເຈັບອີກຈຳນວນຫຼາຍ

ທາງການນຳຜູ້ປະທ້ວງເຊື່ອວ່າ  ໂຕເລກຜູ້ເສຍຊີວິດອາດຫຼາຍກວ່າ 100 ຄົນ ພ້ອມທັງປຸກລະດົມໃຫ້ປະຊາຊົນອອກມາຊຸມນຸມເພື່ອຕໍ່ຕ້ານການເສຍຊີວິດ ທີ່ເກີດຈາກຕຳຫຼວດເປັນເວລາ 5 ວັນ, ໃນຂະນະນີ້ ທາງການໄດ້ວາງກຳລັງຕຳຫຼວດຢ່າງແໜ້ນ ເພື່່ອປ້ອງກັນການຢຽບກັນການປະທ້ວງທີ່ອາດເກີດຂຶ້ນ