spot_img
Homeຂ່າວພາຍ​ໃນບໍ່ແກ້ວ ຮັບຜົນກະທົບຈາກພາຍຸ ເສຍຫາຍ 200 ລ້ານກວ່າກີບ

ບໍ່ແກ້ວ ຮັບຜົນກະທົບຈາກພາຍຸ ເສຍຫາຍ 200 ລ້ານກວ່າກີບ

Published on

ໃນຄໍ່າຄືນ ຂອງວັນທີ 5 ພຶດສະພາທີ່ຜ່ານມາ, ເວລາປະມານ 20 ໂມງ 00 ນາທີ, ເກີດພາຍຸເຂົ້າແຂວງບໍ່ແກ້ວ, ມີຝົນຕົກ ແລະ ລົມພັດແຮງ ຢູ່ຫຼາຍເຂດ, ເຮັດໃຫ້ໄຟຟ້າດັບທົ່ວເມືອງຫ້ວຍຊາຍ ແລະ ເມືອງຕົ້ນເຜິ້ງ.

ไม่มีคำอธิบายรูปภาพ

ທາງຄະນະຮັບຜິດຊອບ ລັດວິສາຫະກິດ ໄຟຟ້າລາວສາຂາ ແຂວງບໍ່ແກ້ວ.ໄດ້ນໍາພາພະນັກງານວິຊາການ ລົງມາກວດເບີ່ງຕົວຈິງຢູ່ຈຸດເກີດເຫດພົບເຫັນວ່າ: ມີ ຕາຂ່າຍ 22 ກິໂລໂວນ, ເສົາໄຟຟ້າ 12 ແມັດ ຫັກລົ້ມ 3 ຕົ້ນ, ໝໍ້ແປງເປເພ່ເສຍຫາຍ ຈໍານວນ 1 ໜ່ວຍ, ຢູ່ເສັ້ນທາງ R3 ຂຶ້ນສະໜາມບິນເກົ່າບ້ານອຸດົມ, ເມືອງຫ້ວຍຊາຍ, ເປັນສາເຫດເຮັດໃຫ້ໄຟຟ້າດັບ, ຈິ່ງໄດ້ຮີບຮ້ອນເລັ່ງແກ້ໄຂ ເພື່ອໃຫ້ທັນກັບເວລາ ເພາະວ່າເປັນເວລາກາງຄືນ ອາກາດຍັງຮ້ອນອົບເອົາ ຜູ້ຊົມໃຊ້ໄຟໄດ້ພົບຄວາມຫຍຸ້ງຍາກ, ໂດຍນໍາເອົາເສົາໄຟຟ້າໃໝ່ມາປ່ຽນແທນ, ແຕ່ໃຊ້ເວລາການສ້ອມແປງຫຼາຍຊົ່ວໂມງ ຈິ່ງສາມາດປ່ອຍກະແສໄຟຟ້າ ໃຫ້ປະຊາຊົນໄດ້ຊົມໃຊ້ໄຟເປັນປົກກະຕິ.

อาจเป็นรูปภาพของ 2 คน

ວັນທີ 6 ພຶດສະພາທີ່ຜານມາ, ພະນັກງານໄດ້ສືບຕໍ່ສ້ອມແປງ ແລະ ເກັບກູ້ເສົາໄຟທີ່ຫັກ ແລະ ສາຍໄຟໃຫ້ເປັນລະບຽບຮຽບຮ້ອຍ ແຕ່ການປະຕິບັດໜ້າທີ່ແມ່ນພົບຄວາມຫຍຸ້ງຍາກ ຕ້ອງໄດ້ລະມັດລະວັງ, ເນື່ອງຈາກວ່າມີລົດແລ່ນສັນຈອນໄປມາ.

อาจเป็นรูปภาพของ 3 คน, พื้นหญ้า และ ต้นไม้

ນອກຈາກນິ້, ຍັງມີຢູ່ບ່ອນອື່ນໆກໍ່ໄດ້ຮັບຜົນເສຍຫາຍເຊັ່ນດຽວກັນ ແລະ ສັງລວມໄດ້ວ່າມີ ເສົາໄຟຟ້າ 12 ແມັດຫັກ ຈໍານວນ 3 ຕົ້ນ, ເສົາໄຟ 8 ແມັດ ຫັກ 6 ຕົ້ນ, ໝໍ້ນັບໄຟເປເພ່ 10 ໜ່ວຍ, ໝໍ້ແປງເປ່ເພ ຈໍານວນ 2 ໜ່ວຍ(ຂະໜາດ 160 ແລະ 100 ກິໂລໂວນແອັມ) ມີບ້ານທີ່ໄດ້ຮັບຜົນກະທົບຈໍານວນ 52 ບ້ານ ແລະ ສາມາດແກ້ໄຂສໍາເລັດ ມີ 46 ບ້ານ. ປະເມີນຜົນເສຍຫາຍ ຈາກໄພທໍາມະຊາດໃນຄັ້ງນີ້, ປະມານ 2 40 ລ້ານກວ່າກີບ, ຄາດວ່າ ການສ້ອມແປງແມ່ນ ຈະໃຫ້ສໍາເລັດໃນວັນທີ 7 ພຶດສະພານີ້.

ຂ່າວ: ເງິນຫຼົງ ຈິດພູວົງ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...