Homeຂ່າວທ້ອງຖິ່ນເມືອງໄຊ ແຂວງອຸດົມໄຊ ຫາລືໂຄງການເຊື່ອມໂຍງການທ່ອງທ່ຽວ ແຕ່ປີ 2017-2030

ເມືອງໄຊ ແຂວງອຸດົມໄຊ ຫາລືໂຄງການເຊື່ອມໂຍງການທ່ອງທ່ຽວ ແຕ່ປີ 2017-2030

Published on

ອາທິດ​ຜ່ານ​ມານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງໄຊ ໄດ້ເປີດກອງປະຊຸມປືກສາຫາລື ຜ່ານແຜນແມ່ບົດ ພັດທະນາ​ທ່ອງ​ທ່ຽວ ແຕ່ປີ 2017-2030 ໂດຍມີ ທ່ານ ພອນສະຫວັນ ພັນທະວິຈິດ ຄະນະປະຈຳພັກແຂວງ, ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີທ່ານ ສີວັນຄຳ ອີນທະບູບຜາ, ຮອງເຈົ້າເມືອງໆໄຊ, ພ້ອມທັງຫົວໜ້າຫ້ອງການ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານແຜນແມ່ບົດ ແຕ່ປີ 2017-2030 ເຊີ່ງລວມມີ ໂຄງການສົມ​ທົບການ​ພັດທະນາ​ ສ້າງ​ສິ່​ງອຳນວຍ​ຄວາມ​ສະດວກ ແລະ​ ເສັ້ນທາງເຂົ້າຫາຖໍ້າຈອມອອງ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ພາກທຸລະກິດເຂົ້າມາສຳປະທານ ພັດ​ທະ​ນາ​ການ​ບໍ​ລິ​ການໃນອະນາຄົດ, ສ້າງ​ຈຸດ​ພັກ​ລົດ​ ແລະ ສິ່ງອໍານວຍຄວາມສະດວກ ​ທາງ​​ແຍກ​ຫຼັກ 24  ບ້ານ​ນ້າບໍ​ຕາ​ໄກ ຫາ ຖໍ້າ​ຈອມ​ອອງ. ສໍາຫຼວດ​ເກັບ​ກໍາ​ຂໍ້​ມູນ​ບັນດາ​ຖໍ້າ​ຕ່າງໆ ບໍລິ​ເວນ​ຖໍ້າ​ຈອມອອງ ​ແລະ ຂຶ້ນ​ສະຖິຕິແຫຼ່ງທ່ອງ​ທ່ຽວ. ສ້າງ​ແຜນ​ທີ​ວົງ​ຈອນ​ຖ້ຳ, ສໍາຫຼວດເສັ້ນທາງ​ຍ່າງ​ປ່າບ້ານ​ຈອມ​ອອງ ​ເຊື່ອມ​ຕໍ່ຖໍ້າ​ມົກ​ແຝກ ​ເມືອງ​ນາໝໍ້.

ຜ່ານ​ມາ​ໄດ້​ມີ​ການຝຶກ​ອົບ​ຮົມ​ການ​ແປ​ຮູບ​ ຜ​ະລິດ​ຕະ​ພັນກະ​ສິ​ກຳ​ ແລະ ການ​ຊອກ​ຕະ​ຫຼາດ​ຈຳ​ໜ່າຍ​ເຂດ​ຫ້ວຍ​ອຸ່ນ ເພື່ອ​ການ​ທ່ອງ​ທ່ຽວ, ໂຄງ​ການສ້າງ​ບ້ານນ້ຳແຫງ, ບ້ານຈອມ​ອອງ ເປັນ​ບ້ານພັກ​ຄ້າງ​ແຮມ​ຂອງ​ນັກ​ທ່ອງ​ທ່ຽວ ສ້າງ​ໃຫ້​ມີ​ເຮືອນ​ພັກ, ຮ້ານ​ອາ​ຫານ,​ ໂຮມ​ສະ​ເຕ ແລະ ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ຕ່າງໆ. ຊອກ​ຫາ​ກິດ​ຈະ​ກຳບໍ​ລິ​ການທ່ອງ​ທ່ຽວ ໃຫ້​ແກ່ 13 ບ້ານ​ທາ​ງ​ຜ່ານ​ສູ່​ຖ້ຳຈອມ​ອອງ. ສໍາຫຼວດ, ​ເກັບ​ກໍາ​ຂໍ້​ມູນ​ບັນດາທ່າ​ແຮງ​ດ້ານ​ການ​ຜະລິດ ​ເຄື່ຶອງຫັດຖະ​ກໍາ​ຂອງ​ຊາວບ້ານ ຢູ່​ບັນດາ​ບ້ານ 13 ບ້ານວົງ​ຈອນ​ການທ່ອງທ່ຽວຖໍ້າ​ຈອມ​ອອງ. ຝຶກ​ອົບຮົມ​ຍົກ​ລະດັບສື​ມື ​ດ້ານ​ການ​ຜະລິດ​​ເຄື່ອງທີ່​ລະນຶກ ທີ່​ເປັນ​ເອກະລັກ​ຂອງ​ທ້ອງ​ຖິ່ນ ​ເພື່ອ​ສະໜອງ​ໃຫ້ ​ແກ່​ນັກ​ທ່ອງ​ທ່ຽວ. ສໍາຫຼວດ, ​ເກັບ​ກໍາ​ຂໍ້​ມູນ​ຢູ່​ບ້ານ​ນໍ້າ​ແຫງ, ບ້ານ​ຈອມ​ອອງ​ ​ເພື່ອ​ສ້າງ​ເປັນ​ສະຖານ​ທີ່​ພັກ​ແຮມ​ໂຮມ​ສະ​ເຕ ກັບ​ຊາວບ້ານ ​ແລະ ຊຸກ​ຍູ້​ໃຫ້​ມີ​ການ​ສ້າງ​ຮ້ານ​ອາຫານ ​ເພື່ອ​ບໍລິການ​ໃຫ້ແກ່​ນັກ​ທ່ອງ​ທ່ຽວ, ໂຄງ​ການກໍ່​ສ້າງ​ບຸກ​ຄະ​ລາ​ກອນ​ຂອງ​ລັດ ແລະ ພາກ​ທຸ​ລະ​ກິດການ​ບໍ​ລິ​ການ​ຕ່າງໆ ໃຫ້​ເຂັ້ມ​ແຂງ, ຊຸກ​ຍູ້​ສົ່ງ​ເສີມ​ຄຸ້ມ​ຄອງ​ທຸ​ລະ​ກິດ​ບໍ​ລິ​ການ​ຕ່າງໆ​ ໃຫ້​ມີ​ລະ​ບຽບ​ແບ​ບ​ແຜນ ​ທີ່ຖືກ​ຕ້ອງ​ຕາ​ມ ລະ​ບຽບ​ກົດ​ໝາຍ,​ ມີ​ຄຸນ​ນະ​ພາບມາດ​ຖານ​ສາ​ກົນ, ​ມີ​ຄວາມສະ​ຫງົບ, ປອດ​ໄພ,  ຝຶກ​ອົບຮົມຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ ໃຫ້​ພະນັກງານ​ບໍລິການ​ຂອງ​ລັດ ​ແລະ ພາກ​ທຸລະ​ກິດ​ ໃຫ້​ມີ​ຄວາມ​ຮູ້, ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ ກ່ຽວກັບ​ການ​ບໍລິການດ້ານ​ການທ່ອງທ່ຽວ. ກອງ​ປະຊຸມເຜີຍ​ແຜ່​ລະບຽບຫຼັກການ​ ດໍາ​ເນີນ​ທຸລະ​ກິດ​ບໍລິການ​ຕ່າງໆ ​ໃຫ້​ມີ​ຄວາມ​ຖືກຕ້ອງ​ຕາມ​ລະບຽບກົດໝາຍ, ​ໄດ້​ລະດັບ​ມາດຕະຖານ​ສາກົນ ພ້ອມ​ກັບ​ຄວາມ​ສະຫງົບ ​ແລະ ປອດ​ໄພ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...