spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເກີດອຸປະຕິເຫດລົດບັນທຸກຕຳລົດຈັກຢູ່ເສັ້ນທາງ 13 ເໜືອມີຜູ້ເສຍຊີວິດຄາທີ່ 1 ຄົນ

ເກີດອຸປະຕິເຫດລົດບັນທຸກຕຳລົດຈັກຢູ່ເສັ້ນທາງ 13 ເໜືອມີຜູ້ເສຍຊີວິດຄາທີ່ 1 ຄົນ

Published on

 

ເຈົ້າໜ້າທີ່ຕຳຫລວດຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 15:00 ໂມງ ຂອງວັນທີ 1 ຕຸລານີ້, ໄດ້ເກີດ

ອຸປະຕິເຫດລົດບັນທຸກໝາຍເລກ ທະບຽນ ບຂ 0708 ກຳແພງນະຄອນ, ແລ່ນມາດ້ວຍຄວາມໄວ ແຕ່ເສັ້ນທາງນາຊາຍ

ທອງມຸ້ງໜ້າເຂົ້າມາຕົວເມືອງ, ຊຶ່ງຂັບໂດຍທ້າວ ນຸ ອາຍຸ 20 ປີພັກເຊົາຢູ່ບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນ

ຫລວງວຽງຈັນ ຕຳລົດຈັກຄັນໜຶ່ງໝາຍເລກທະບຽນ ດກ 5481 ກຳແພງນະຄອນ ທີ່ແລ່ນມາດ້ວຍຄວາມໄວ ເຊັ່ນກັນ

ຢ່າງຮຸນແຮງເຮັດໃຫ້ຄົນຂັບລົດຈັກຊື່ທ້າວ ສີນນະຄອນ ອາຍຸ 21 ປີຢູ່ບ້ານປາກແຮດ, ເມືອງນາຊາຍທອງເສຍຊີວິດຄາທີ່.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນເດືອນກັນຍາຜ່ານມານີ້, ຢູ່ນະຄອນຫລວງວຽງຈັນມີອຸປະ ຕິເຫດບົນທ້ອງຖະໜົນເກີດຂຶ້ນ 127

ກໍລະ ນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 11 ຄົນ, ມີຜູ້ໄດ້ຮັບບາດເຈັບສາຫັດ 19 ຄົນ, ພາຫະນະເປ່ເພສົມຄວນ 146 ຄັນ ແລະ

ໃຊ້ການບໍ່ໄດ້ 2 ຄັນ, ຕົກເປັນມູນຄ່າເສຍຫາຍ ທັງໝົດຫລາຍກວ່າ 1,4 ຕື້ກີບ, ສາເຫດຕົ້ນຕໍທີ່ພາໃຫ້ເກີດອຸປະຕິເຫດ

ດັ່ງກ່າວຍັງແມ່ນການດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ຂັບຂີ່ລົດໄວ ແລະ ລ່ວງລະເມີດລະບຽບຈະລາຈອນກໍຍັງມີຫລາຍ,

ຈຳນວນອຸປະຕິເຫດເກີດຂຶ້ນຫລາຍແມ່ນກຸ່ມໄວໜຸ່ມນັກຮຽນ, ນັກສຶກສາ ແລະ ກຳມະກອນໂຮງຈັກໂຮງງານຕ່າງໆ,

ຊຶ່ງຍັງຂາດຄວາມຮູ້ດ້ານລະບຽບຈະລາຈອນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...