ຮ້ານ​ອາຫານ​ໃນ​ຈີນ​ເລີ່ມ​ໃຊ້​ຫຸ່ນ​ປຸ່ງແຕ່ງ ແລະ ​ເສີບອາຫານ

 

 

178019

                  ຮ້ານ​ອາຫານ​ແຫ່ງ​ໜຶ່ງ​ໃນ Kunshan ປະເທດ​ຈີນ ໄດ້​ນຳ​ເອົາ​ຫຸ່ນ​ມາ​ໃຊ້​ງານ​ພາຍ​ໃນ​ຮ້ານ ໂດຍຫຸ່ນມັນ​ສາມາດ​ກ່າວ​ທັກ​ທາຍ​ລູກ​ຄ້າ ຈາກ​ນັ້ນ​ກໍ່ຮັບ​​ສັ່ງອາຫານ​ ແລະ ​ສົ່ງ​ຂໍ້​ມູນ​​ໄປ​ທີ່ເຮືອນຄົວ ລວມ​ທັງ​ຍົກ​ອາຫານ​ມາ​ເສີບ​ທີ່​ໂຕະ​ລູກ​ຄ້າ​ທັນ​ທີ​ທີ່​ປຸງ​ສຳເລັດແລ້ວ  ການໃຊ້​ງານ​ຫຸ່ນນັ້ນ ເບື້ອງ​ຕົ້ນ​ນັ້ນ​ອາດຈະ​ຍັງ​ເບິ່ງ​ບໍ່​ໜ້າ​ຕື່ນ​ເຕັ້ນ​ປານໃດ ເພາະ​ໃນ​ບາງປະເທດ​ກໍ່​ມີ​ການ​ນຳ​ເອົາຫຸ່ນ​​ມາ​ໃຊ້​ໃນ​ຮ້ານ​ອາຫານຊື່​ດັ່ງ​ເຊັ່ນ​ກັນ ແຕ່​​ຮ້ານ​ອາຫານ​ໃນ​ເມືອງ​ຈີນ​ແຫ່ງ​ນີ້​ຍັງມີ​ການ​ໃຊ້​ຫຸ່ນ​​ໃນ​ການ​ປະກອບ ອາຫານ​ຈຳ​ພວກ​ຂົ້ວ​ຜັກ ​ແລະ ຂົ້ວຊີ້ນ​​ຕ່າງໆນຳອີກ

Song Yugang ຜູ້​ກໍ່​ຕັ້ງ​ຮ້ານ​ອາຫານ​ດັ່ງ​ກ່າວ​ເລົ່າ​ເຖິງ​ທີ່​ມາ​ຂອງ​ການ​ໃຊ້​ຫຸ່ນ ​ໃນ​ຮ້ານ​ຂອງ​ເຂົາ​ວ່າ ເກີດ​ຈາກ​ການ​ທີ່​ລູກ​ສາວ​ຂອງ​ເຂົາ​ຂໍຮ້ອງ​ໃຫ້​ເຂົາ​ສ້າງ​ຫຸ່ນ​ຂຶ້ນ​ມາ​ເພື່ອ​ຊ່ວຍ​ເຮັດວຽກເຮືອນ (ເພາະ​ນາງ​ຂີ້-ຄ້ານ​ເຮັດ) ແຕ່​ແທນ​ທີ່​ຈະ​ສ້າງ​ຫຸ່ນ​ຂຶ້ນ​ມາ​ໃຊ້ວຽກ​ງານ​ໃນ​ເຮືອນ​ລ້າໆ ເຂົາກັບ​ເບິ່ງ​ວ່າ​ເຂົາ​ສາມາດ​ເຮັດ​ເງີນ​ຈາກ​ບ່ອນ​ນີ້​ໄດ້ ຈຶ່ງ​ຕັດ​ສິນ​ໃຈ​ນຳ​ຫຸ່ນ​​ມາ​ໃຊ້​ວຽກໃນ​ຮ້ານ​ອາຫານ​ນັ້ນ​ເອງ

ພາຍໃນຮ້ານ​ຂອງເຂົາມີ​ຫຸ່ນ​ 2ໂຕ​ຄອຍຖ້າ​ທັກ​ທາຍ​ລູກ​ຄ້າ ໃນ​ຂະນະ​ທີ່​ຫຸ່ນ​ອີກ 4ໂຕ​ຮັບ​ຫນ້າທີ່​ເສິບ​ອາຫານ ແລະ ​ມີ​ຫຸ່ນ​ຂະໜາດ​ໃຫຍ່​ອີກ 2ໂຕ​ໄວ້​ເຮັດວຽກ​ໃນ​ເຮືອນຄົວເຂົາບອກວ່າ​ພວກ​ຫຸ່ນ​​ເຫລົ່າ​ນີ້​ສາມາດ​ເຂົ້າໃຈ​ປະໂຫຍກການສົນທະນາ​ໃນ​ຊີວິດ​ປະຈຳວັນ​ໄດ້​ປະມານ 40 ປະ​ໂຫຍກ, ​ຕົ້ນ​ທືນ​ໃນ​ການສ້າງ​ຫຸ່ນ​ແຕ່​ລະ​ໂຕຢູ່​ທີ່​ປະ​ມານ 40, 000 ຫຍວນ (ປະມານ 50 ລ້ານກີບ) ຊຶ່ງ​ໃກ້​ຄຽງ​ກັບ​ຄ່າ​ຈ້າງ​ຕະຫລອດ​ປີ​ຂອງພະ​ນັກ​ງານ 1 ຄົນ (ແຕ່ເຂົາກັບເບິ່ງ​ວ່າ​ຫຸ່ນ​ຍົນມີ​ຂໍ້​ດີ​ບ່ອນ​ທີ່​ມັນ​ບໍ່​ຮຽກຮ້ອງ​ມື້​ລາ​ພັກ ແລະ ​ບໍ່​ເຈັບ​ປ່ວຍ)

ປະ​ເດັນ ການ​ໃຊ້​ຫຸ່ນໃນການ​ເຮັດວຽກ​ແທນ​ການ​ຈ້າງຄົນ​ນີ້​ ນອກ​ຈາກ​ຊ່ວຍ​ປະ​ຢັດ​ຄ່າ​ໃຊ້​ຈ່າຍ​ແລ້ວ ຍັງ​ຖື​ໄດ້​ວ່າ​ມັນ​ຈຸດ​ຂາຍ​ໃຫ້​ແກ່​ຮ້ານ ແລະ​ ເປີດ​ຊ່ອງ​ທາງ​ໃນການເຮັດເງິນ ຈາກ​ການ​ພັດທະນາ​ຫຸ່ນ​​ນີ້​ຕໍ່ໄປ​ໃນ​ອະນາຄົດ​ອີກ​ດ້ວຍ ໂດຍ​ຕັ້ງ​ແຕ່​ປີ​ກາຍນີ້​ຈີນ​ໄດ້​ແຊງ​ຍີ່​ປຸ່ນ​ຂຶ້ນ​ເປັນ​ປະເທດ​ທີ່​ມີ​ການ​ໃຊ້​ງານ​ຫຸ່ນ​ ແທນ​ແຮງ​ງານ​ຄົນ​ຫລາຍ​ທີ່ສຸດ​ໃນ​ໂລກ

178022

178021