Homeຂ່າວພາຍ​ໃນຮອດປີ 2025 ສປປ ລາວ ຈະສົ່ງກາເຟໄປທົ່ວທຸກພາກພື້ນ!

ຮອດປີ 2025 ສປປ ລາວ ຈະສົ່ງກາເຟໄປທົ່ວທຸກພາກພື້ນ!

Published on

ຂປລ. ສປປ ລາວ ທົບທວນວິໄສທັດແຜນຍຸດທະສາດ ຮອດປີ 2025 ເພື່ອສົ່ງເສີມກາເຟລາວ ໃຫ້ເຕີບໂຕຢ່າງ

ຕໍ່ເນື່ອງດ້ວຍການຂະຫຍາຍເນື້ອທີ່- ພ້ອມຍົກສະມັດຕະພາບການຜະລິດໃຫ້ສູງຂຶ້ນ ແລະ ໃຫ້ ໄດ້ບໍລິມາດຫລາຍ

ຂຶ້ນຕາມຄວາມຕ້ອງການຂອງຕະຫລາດ ຈາກປັດຈຸບັນທີ່ມີປະມານ 80.000 ເຮັກຕາ ໃຫ້ເພີ່ມຂຶ້ນຫລາຍກວ່າ

130.000 ເຮັກຕາໃນປີ 2025. ຂະນະທີ່ລັດຖະມົນຕີກະຊວງກະສິກຳ-ປ່າໄມ້ ເລັງເຫັນວ່າ ກາເຟລາວບໍ່ພຽງແຕ່

ເປັນສິນຄ້າສະໜອງພາຍໃນປະເທດເທົ່ານັ້ນ ແຕ່ຍັງເປັນສິນຄ້າສົ່ງອອກໄປຫລາຍປະເທດ ທັງພາກອາຊີ ແລະ

ເອີຣົບ ສາມາດສ້າງລາຍຮັບເງິນຕາເຂົ້າປະເທດຢ່າງຫລວງຫລາຍ.

ໃນວັນທີ 15 ເດືອນສິງຫາ ປີ 2014, ຄະນະກຳມະການແຫ່ງຊາດ ເພື່ອສົ່ງເສີມກາເຟລາວ ໄດ້ຈັດກອງປະຊຸມຄັ້ງທີ

3 ຂຶ້ນ ໂດຍມີເປົ້າໝາຍ ທົບທວນຄືນການຮ່າງແຜນຍຸດທະສາດ ສົ່ງເສີມກາເຟລາວ ຮອດປີ 2025 ເຊິ່ງໄດ້ລົງເລິກ

ຄົ້ນຄ້ວາເນື້ອໃນສຳຄັນຂອງແຜນຍຸດທະສາດ, ການຈັດຕັ້ງຄຸ້ມຄອງຂະແໜງກາເຟ, ນັບທັງການສ້າງກອງທຶນ

ພັດທະນາກາເຟແຫ່ງຊາດ. ພ້ອມນີ້ໄດ້ມີການຫາລືເຖິງການກະກຽມ ແລະ ຜົນປະໂຫຍດ ທີ່ຈະໄດ້ຮັບໃນການເຂົ້າ

ເປັນສະມາຊິກອົງການກາເຟສາກົນ (ICO), ການສະເໜີແຜນກິດຈະກຳບູລິມະສິດລວມໝູ່ສຳລັບ 2014​-2015,

ການສະໜັບສະໜູນສ້າງຄວາມເຂັ້ມແຂງ ໃຫ້ແກ່ການຈັດຕັ້ງຄຸ້ມຄອງກາເຟລາວ ແລະ ຄວາມຄືບໜ້າໃນການ

ກະກຽມຈັດງານມະໂຫລານກາເຟລາວຄັ້ງປະຖົມມະເລີກ.

ສຳລັບວິໄສທັດຂອງແຜນຍຸດທະສາດ ແມ່ນແນໃສ່ສົ່ງເສີມກາເຟລາວໃຫ້ເຕີບໂຕຢ່າງຕໍ່ເນື່ອງຫັນ ໄປສູ່ຄຸນນະ

ພາບ ແລະ ເປັນມິດກັບສິ່ງແວດລ້ອມ, ສ້າງລາຍຮັບທີ່ດີ ແລະ ໝັ້ນຄົງໃຫ້ຜູ້ຜະລິດຂະໜາດນ້ອຍ, ທັງສ້າງ

ເງື່ອນໄຂເອື້ອອຳນວຍໃຫ້ພາກເອກກະຊົນໄດ້ມີສ່ວນຮ່ວມ. ພັດທະນາການປູກກາເຟລາວ ດ້ວຍການຂະຫຍາຍ

ເນື້ອທີ່-ພ້ອມຍົກສະມັດຕະພາບການຜະລິດໃຫ້ສູງຂຶ້ນ ແລະ ໃຫ້ໄດ້ບໍລິມາດຫລາຍຂຶ້ນ ຕາມຄວາມຕ້ອງການ

ຂອງຕະຫລາດ ຈາກປັດຈຸບັນທີ່ມີປະມານ 80.000 ເຮັກຕາ ໃຫ້ເພີ່ມຂຶ້ນຫລາຍກວ່າ 130.000 ເຮັກຕາໃນປີ

2025, ໃນນັ້ນເລັ່ງໃສ່ຜູ້ຜະລິດ ຂະໜາດນ້ອຍໃຫ້ຫລາຍຂຶ້ນ.

ນອກນີ້ ຕ້ອງເລັ່ງໃສ່ການຜະລິດທີ່ມີທ່າແຮງພິເສດໃນເຂດພູພຽງບໍລະເວນເພື່ອໃຫ້ໄດ້ຄຸນນະພາບດີເລີດໃຫ້ສາ

ມາດເຂົ້າເຖິງຕະຫລາດພິເສດ ແລະ ຂະຫຍາຍການຜະລິດໄປສູ່ເຂດອື່ນທີ່ບໍ່ທັນມີການຜະລິດມາກ່ອນ ແຕ່ມີ

ເງື່ອນໄຂເອື້ອອຳນວຍ. ຢ່າງໃດກໍຕາມການ ເຂົ້າເປັນສະມາຊິກຂອງ ICO ເປັນການສ້າງເຄືອຂ່າຍແລກປ່ຽນຄວາມ

ຮູ້ ແລະ ປະສົບການເພື່ອນຳມາພັດທະນາກາເຟລາວແບບໃໝ່, ສາມາດລະດົມການຊ່ວຍເຫລືອຈາກສາກົນເພື່ອ

ຂະຫຍາຍຕະຫລາດກາເຟ ແລະ ຊ່ວຍພັດທະນາດ້ານວິຊາການຕິດພັນກັບຄຸນນະພາບສ້າງຄວາມເຂັ້ມແຂງໃຫ້ຜູ້

ຜະລິດຂະໜາດນ້ອຍ.

ທ່ານ  ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ-ປ່າໄມ້ ກ່າວຕໍ່ທີ່ປະຊຸມຄັ້ງນີ້ວ່າ: ລັດຖະບານໄດ້ເອົາ

ໃຈໃສ່ໃນການຈັດຫາແຫລ່ງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອສົ່ງເສີມ ແລະ ພັດທະນາດ້ານວິຊາການດ້ານ

ກາເຟລາວ ມາຮອດປັດຈຸບັນ ສາມາດຄົ້ນຄວ້າແນວພັນໄດ້ 60 ສາຍພັນ. ພ້ອມນີ້ ຍັງໄດ້ລະດົມທຶນໃສ່ການຜະ

ລິດ-ປຸງແຕ່ງກາເຟລາວ ບໍ່ສະເພາະແຕ່ຢູ່ເຂດພູພຽງບໍລະເວນເທົ່ານັ້ນ ແຕ່ຍັງມີການຂະຫຍາຍໄປສູ່ໃນ 5 ແຂວງ

ພາກເໜືອ ແລະ ບັນດາແຂວງຂອງພາກໃຕ້ອີກຈຳນວນໜຶ່ງ ທີ່ ເຫັນວ່າສະພາບອາກາດເອື້ອອຳນວຍ.

ທ່ານລັດຖະມົນຕີວ່າການກະຊວງກະສິ ກຳ-ປ່າໄມ້ ຢ້ຳໃຫ້ມີການຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດ

ແຕ່ນີ້ຮອດປີ 2025 ຢ່າງມີປະສິດທິພາບ, ກາເຟລາວບໍ່ພຽງແຕ່ເປັນສິນຄ້າສະໜອງພາຍໃນປະເທດເທົ່ານັ້ນ

ແຕ່ຍັງເປັນສິນຄ້າສົ່ງອອກໄປຫລາຍປະເທດ ທັງພາກອາຊີ ແລະ ເອີຣົບ ສາມາດສ້າງລາຍຮັບເງິນຕາເຂົ້າປະ

ເທດເປັນອັນດັບຕົ້ນໃນຂະແໜງກະສິກຳ ທັງເປັນລາຍໄດ້ທີ່ໝັ້ນຄົງໃຫ້ແກ່ຜູ້ຜະລິດ ແລະ ຜູ້ປະກອບການເປັນ

ຢ່າງດີ ປະກອບສ່ວນຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...