spot_img
Homeຂ່າວພາຍ​ໃນຮູ້ຕົວຈະໄປບໍ່ລອດ! ຕັດສິນຖິ້ມຢາບ້າ 6 ລ້ານເມັດໄວ້ໃຫ້ເຈົ້າໜ້າທີ່

ຮູ້ຕົວຈະໄປບໍ່ລອດ! ຕັດສິນຖິ້ມຢາບ້າ 6 ລ້ານເມັດໄວ້ໃຫ້ເຈົ້າໜ້າທີ່

Published on

ຜູ້ຕ້ອງສົງໄສຂົນສົ່ງຢາເສບຕິດປະເພດຢາບ້າຮູ້ຕົວວ່າຈະໄປບໍ່ລອດ, ຕັດສິນໃຈຖິ້ມຂອງກາງຢາບ້າ 6 ລ້ານເມັດພ້ອມລົດລີໂວ 1 ຄັນໄວ້ໃຫ້ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ຂະນະທີ່ຜູ້ກ່ຽວເອົາຕົວຫຼົບໜີຈາກການຈັບກຸມ.

ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 25 ຕຸລາ 2021, ເຈົ້າໜ້າທີກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີການຂົນສົ່ງຢາເສບຕິດ ຈາກເມືອງຕົ້ນເຜິ້ງ ຫາ ເມືອງຫ້ວຍຊາຍ. ຈາກນັ້ນ, ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ຈິ່ງໄດ້ຈັດຕັ້ງກຳລັງວິຊາສະເພາະລົງສົມທົບກັບ ປກສ – ປກຊ ທີ່ປະຈຳຢູ່ຈຸດກວດທາງເຂົ້າໂຄງການກໍ່ສ້າງສະໜາມບິນ ເຂດບ້ານໃຫຍ່ສີເມືອງງາມ ຕິດຕາມພົບເຫັນລົດເປົ້າໝາຍ 02 ຄັນ ບໍ່ມີປ້າຍທະບຽນ ຄື: ລົດຍີຫໍ້ປາລາໂດ 01 ຄັນ ແລະ ລົດລີໂວສີຂາວ 01 ຄັນ ແລ່ນອອກຈາກເສັ້ນທາງເວັ້ນສະໝາມບິນທາງເຈົ້າໜ້າທີ່ຈິ່ງໄດ້ສະແດງຕົວເພື່ອກວດກາລົດເປົ້າໝາຍດັ່ງກ່າວ ແຕ່ຄັນທີໜຶ່ງແລ່ນໜີດ້ວຍຄວາມໄວໄປທາງເສັ້ນທາງຈາກບ້ານໃຫຍ່ສີເມືອງງາມໄປຫາບ້ານດອນທາດ ສ່ວນຄັນທີສອງ ຈອດຫ່າງຈາກເຈົ້າໜ້າທີ 50 – 60 ແມັດ ແລ້ວຜູ້ຂັບໄດ້ແລ່ນຫຼົບໜີເຂົ້າໄປໃນປ່າ ເຊິ່ງທາງເຈົ້າໜ້າທີ່ໄດ້ແລ່ນນໍາແຕ່ບໍ່ທັນ. ຫຼັງຈາກນັ້ນ, ທາງເຈົ້າໜ້າທີ່ໄດ້ກວດກາລົດຄັນດັ່ງກ່າວ ພົບຢາເສບຕິດປະເພດຢາບ້າຈຳນວນ 30 ເປົາ, ເທົາກັບ 3,000 ມັດ ຫຼື 6,000,000 ເມັດ.

ຕໍ່ຜູ້ກະທຳຜິດດັ່ງກ່າວ, ທາງເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ໄດ້ມອບໃຫ້ພະແນກສະກັ້ດກັ້ນ ແລະຕ້ານຢາເສບຕິດ ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງບໍ່ແກ້ວ ສືບຕໍ່ດຳເນີນການຕິດຕາມເພື່ອຊອກຫາຜູ້ກະທໍາຜິດ ມາດຳເນີນຄະດີຕາມລະບຽບກົດໝາຍ.

ຂໍ້ມູນຈາກ: ໜັງສືພິມບໍ່ແກ້ວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...