spot_img
Homeໜັງໃໝ່ຮູບເງົາ Gintama ສະບັບຄົນສະແດງເປີດເຜີຍນັກສະແດງຫຼັກແລ້ວ

ຮູບເງົາ Gintama ສະບັບຄົນສະແດງເປີດເຜີຍນັກສະແດງຫຼັກແລ້ວ

Published on

ຫຼັງຈາກທີ່ກ່ອນໜ້ານີ້ເຮົາໄດ້ລາຍງານໄປແລ້ວກ່ຽວກັບກາຕູນເລື່ອງ Gintama ທີ່ຈະໄດ້ສ້າງເປັນຮູບເງົາຄົນສະແດງແທ້ ຜ່ານທາງວາລະສານ Shonen Jump ສະບັບທີ 31, ຫຼ້າສຸດນີ້ເອງກໍສາມາດຢືນຢັນໄດ້ແລ້ວວ່າຮູບເງົາກາຕູນເລື່ອງນີ້ຈະມີແທ້ ເມື່ອເວັບໄຊ Anime News Network ໄດ້ມີການເປີດເຜີຍໂສມໜ້ານັກສະແດງທີ່ຈະເຂົ້າມາຮັບບົດໂຕລະຄອນຫຼັກຂອງເລື່ອງກັນແລ້ວ. 

ໂດຍຄົນທຳອິດແມ່ນ ໂອງຸຣິ ຊຸນ ຈາກເລື່ອງ Crows Zero ຈະມາຮັບບົດເປັນ ຊາກາຕະ ກິນໂທກິ

ຄົນທີສອງແມ່ນ ມາຊາຄິ ຊຶດະ ຈາກເລື່ອງ Kamen Rider W ຮັບບົດເປັນ ຊິມູຣະ ຊິນປາຈິ 

ສຳລັບຄົນສຸດທ້າຍແມ່ນໄອດໍ້ສາວຊື່ດັງ ຮາຊິໂມໂຕະ ຄັນນະ ທີ່ຈະມາຮັບບົດເປັນ ຄາງຸຣະ 

ເລື່ອງລາວຂອງ Gintama ເກີດຂຶ້ນໃນຍຸກເອໂດະ ຍຸກທີ່ມະນຸດຕ່າງດາວທີ່ເອີ້ນກັນວ່າ “ຊາວສະຫວັນ” ໄດ້ມາຕັ້ງຮາກຖານເທິງໂລກມະນຸດ ຊາວສະຫວັນໄດ້ອອກຄຳສັ່ງຍຶດຍົດຖາບັນດາສັກຕ່າງໆແລະຍຶດດາບຊາມູໄຣໄປ ເຮັດໃຫ້ຍຸກຮຸ່ງເຮືອງຂອງຊາມູໄຣຈົບລົງໃນທີ່ສຸດ ເຊິ່ງກໍເຮັດໃຫ້ຊາວສະຫວັນມີອຳນາດເໜືອເອໂດະຫຼາຍຂຶ້ນ.

ແຕ່ຍັງມີຄົນໜຶ່ງທີ່ຍັງຍຶດໝັ້ນໃນຈິດວິນຍານຂອງຊາມູໄຣ ລາວຊື່ ຊາກາຕະ ກິນໂທກິ ເຄີຍເປັນນັກຮົບຊາມູໄຣຕໍ່ຕ້ານຊາວສະຫວັນ ປັດຈຸບັນເປີດຮ້ານຮັບຈ້າງສາລະພັດ ມີຜູ້ຊ່ອຍແມ່ນ ຊິມູຣະ ຊິນປາຈິ ໜຸ່ມແວ່ນທີ່ເຮັດວຽກເພື່ອຮຽນຮູ້ຈິດວິນຍານຂອງຊາມູໄຣ ແລະຄາງຸຣະ ເດັກຍິງຊາວສະຫວັນເຜົ່າຢາໂຕະ ໂດຍທັງສາມໄດ້ເຮັດວຽກຮັບຈ້າງເພື່ອຫາເງິນມາຈ່າຍຄ່າເຊົ່າບ້ານແລະລ້ຽງຊີວິດໃນຍຸກມືດຂອງຊາມູໄຣ. 

ສຳລັບຮູບເງົາ Live-Action ຂອງ Gintama ຈະມີກຳນົດເຂົ້າສາຍຢູ່ຍີ່ປຸ່ນໃນປີ 2017. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...