ຮຸນໄດສັ່ງຮຽກຄືນລົດ ອີແລນຕຣ້າ 2 ແສນກ່ວາຄັນ ເພາະພົບປັນຫາທີ່ພວງມະໄລ!

558000002532901

ຮຸນໄດເປີດເຜີຍ ກຳລັງຮຽກຄືນລົດລຸ້ນ ອີແລນຕຣ້າ ຈຳນວນ 2 ແສນກ່ວາຄັນໃນອາເມຣິກາ ຫລັງພົບປັນຫາລະບົບພວງມະໄລພາວເວີ້.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ມີນາຜ່ານມານີ້ວ່າ ຮຸນໄດໄດ້ອອກມາເປີດເຜີຍໃນວັນເສົາທີ 28 ກຸມພາ ວ່າກຳລັງຮຽກຄືນລົດລຸ້ນ ອີແລນຕຣ້າ ຈຳນວນ 204,768 ຄັນໃນອາເມຣິກາ ລຸ້ນທີ່ຜະລິດໃນລະຫວ່າງວັນທີ 1 ມິຖຸນາ 2008 – 30 ເມສາ 2010 ລວມເຖິງລົດ ອີແລນຕຣ້າ ທົວຣິ່ງ ລຸ້ນປີ 2009 ແລະ 2010.

ທັງນີ້ເນື່ອງຈາກລະບົບຄວບຄຸມພວງມະໄລມີປັນຫາ ເຊິ່ງເກີດຈາກລະບົບພວງມະໄລພາວເວີ້ ມັກຈະປັບປ່ຽນໄປເປັນລະບົບພວງມະໄລທຳມະດາແບບກະທັນຫັນ ເຮັດໃຫ້ຜູ້ຂັບຂີ່ຕ້ອງໃຊ້ຄວາມພະຍາຍາມຫລາຍຂຶ້ນໃນການບັງຄັບລົດ ໂດຍສະເພາະໃນກໍລະນີທີ່່ໃຊ້ຄວາມໄວຕ່ຳ ອັນອາດຈະສົ່ງຜົນເຮັດໃຫ້ເກີດຄວາມສ່ຽງ ໃນການເກີດອຸບັດເຫດໄດ້.