ຮອງນາຍົກ ເນັ້ນໜັກໃຫ້ສາມຂະແໜງການເງິນ ປະຕິບັດໜ້າທີ່ໂປ່ງໃສ

0
1783

ໃນວັນທີ 13-14 ກຸມພາ 2017 ຜ່ານມາ ທີ່ຫ້ອງວ່າການແຂວງຫຼວງພະບາງ ໄດ້ເປີດກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ການຫັນວຽກງານພາສີ, ສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດ ໂດຍເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງເຂົ້າຮ່ວມ

ໃນກອງປະຊຸມ ທ່ານ ສົມດີ ດວງດີ ໄດ້ເນັ້ນໜັກໃຫ້ສາມຂະແໜງການເງິນ ເອົາໃຈໃສ່ ແນະນຳອອກຂໍ້ຕົກລົງ ວ່າດ້ວຍ ຂໍ້ຫ້າມ ແລະ ວິໄນຂອງພະນັກງານ-ລັດຖະກອນ ຂະແໜງການເງິນ ​ໃນ​ການ​ປະຕິບັດໜ້າທີ່ ​ວິຊາ​ສະ​ເພາະໃຫ້ມີຄວາມໂປ່ງໃສ ຂຶ້ນ​ກວ່າ​ເກົ່າ ເພື່ອ​ຮັບປະກັນ​ໃຫ້ການ​ຄຸ້ມ​ຄອງ​ລາຍ​ຮັບ-ລາຍ​ຈ່າຍ​ງົບປະມານ​ຂອງ​ລັດ ​ລວມສູນ​ຢູ່​ຄັງ​ເງິນ​ແຫ່ງ​ຊາດ ​ແລະ ມີ​ການ​ເບີກ​ຈ່າຍ​​ງົບປະມານ ​ໄປ​ຕາມ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ.

ກອງປະຊຸມຄັ້ງ​ນີ້, ໄດ້ຮັບຟັງການລາຍງານ ສະພາບຄວາມເປັນມາ ນັບ​ທັງວິທີການ, ຂັ້ນຕອນ ແລະ ບາດກ້າວ ໃນການຫັນເປັນສາຍຕັ້ງ, ຕີລາຄາຄືນດ້ານດີຕັ້ງໜ້າ, ດ້ານອ່ອນຄົງຄ້າງ ແລະ ຜົນໄດ້ຮັບ ໃນການຈັດຕັ້ງປະຕິບັດ ການຄຸ້ມຄອງວຽກງານສາຍຕັ້ງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າ.

ກອງ​ປະຊຸມ ​ຍັງ​ໄດ້​ລົງ​ເລິກບົດແນະນໍາ ໃນການຈັດຕັ້ງ ປະຕິບັດຄໍາສັ່ງ ຂອງນາຍົກລັດຖະມົນຕີເລກທີ 35/ນຍ ແລະ ການກໍານົດ​ກົນ​ໄກ​ການ​ປະສານສົມທົບ ກັບທຸກພາກສ່ວນກ່ຽວຂ້ອງ​ ​(ການ​ແຕ່ງຕັ້ງ, ຍົກຍ້າຍ, ປົດ​ຕໍາ​ແໜ່ງ, ການ​ປະຕິບັດ​ວິ​ໄນ, ການ​ຍ້ອງຍໍພະນັກງານ) ​ເປັນຕົ້ນ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ