spot_img
Homeຂ່າວເຫດການລາວ-ເອີຣົບ ຮ່ວມກັນປະຕິບັດຄຳສັ່ງນາຍົກ ເລື່ອງການຄຸ້ມຄອງປ່າໄມ້ໄດ້ຢ່່າງສອດຄ່ອງ

ລາວ-ເອີຣົບ ຮ່ວມກັນປະຕິບັດຄຳສັ່ງນາຍົກ ເລື່ອງການຄຸ້ມຄອງປ່າໄມ້ໄດ້ຢ່່າງສອດຄ່ອງ

Published on

ການຈັດຕັ້ງປະຕິບັດຄໍາສັ່ງນາຍົກລັດຖະມົນຕີ ເລກທີ 15 ແລະ ແຜນງານ flegt ມີຄວາມສອດຄ່ອງກັນ

ອັດຕະປື, 07-08 ກຸມພາ 2017: ການຈັດຕັ້ງປະຕິບັດ ຄໍາສັ່ງນາຍົກລັດຖະມັນຕີ ເລກທີ 15 ແລະ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ (Lao-EU FLEGT) ມີຄວາມສອດຄ່ອງ ແລະ ຄວບຄູ່ກັນ. ນີ້ໄດ້ຖືກຍົກໃຫ້ເຫັນໃນກອງປະຊຸມຜ່ານແຜນດໍາເນີນງານ FLEGT ປະຈໍາປີ 2017 ທີ່ໄດ້ຈັດຂຶ້ນຢູ່ແຂວງ ອັດຕະປື ໃນລະຫວ່າງວັນທີ 7 ຫາ 8 ກຸມພາ 2017 ໂດຍມີຜູ້ເຂົ້າຮ່ວມຈາກ ໜ່ວຍງານພາກລັດ, ສະພາແຫ່ງຊາດ, ພາກເອກະຊົນໃນຂະແໜງປ່າໄມ້, ສະຖາບັນການສຶກສາ ແລະ ອົງການຈັດຕັ້ງທາງສັງຄົມ.

ທ່ານ ສຸກສະໄໝ ຈັນທະມາດ, ຮອງເຈົ້າແຂວງ ອັດຕະປື, ໄດ້ກ່າວວ່າ “ແຜນງານ FLEGT ໄດ້ສະໜັບສະໜູນການຈັດຕັ້ງປະຕິບັດຄໍາສັ່ງນາຍົກລັດຖະມົນຕີ ເລກທີ 15 ໃນຫຼາຍດ້ານ”. ທ່ານ ສຸກສະໄໝ ຈັນທະມາດ ໄດ້ຍົກໃຫ້ເຫັນວ່າ “ພາຍໃຕ້ແຜນງານ FLEGT, ໃນນັ້ນປະກອບມີແຜນແມ່ບົດເພື່ອສົ່ງເສີມອຸດສາຫະກໍາປຸງແຕ່ງໄມ້ລາວແມ່ນກໍາລັງໄດ້ຮັບການພັດທະນາ ແລະ ສູນເຝິກອົບຮົມເພື່ອເສີມສ້າງຄວາມອາດສາມາດຂອງບໍລິສັດຕ່າງໆກ່ຽວກັບການເພີ່ມມູນຄ່າໃຫ້ຜະລິດຕະພັນໄມ້ແມ່ນກໍາລັງດໍາເນີນການ, ເຊິ່ງສິ່ງດັ່ງກ່າວນີ້ເປັນການຜັນຂະຫຍາຍຄໍາສັ່ງນາຍົກ ເພື່ອດັດສົມຂະແໜງປ່າໄມ້ພາຍໃນ. ລະບົບການຄຸ້ມຄອງຕ່ອງໂສ້ການສະໜອງໄມ້ແຫ່ງຊາດ (CoC) – ໂດຍສະເພາະ ແມ່ນການຕິດຕາມສົ້ນເຂົ້າ-ສົ້ນອອກຂອງໄມ້ – ແມ່ນມີຄວາມຈໍາເປັນ ເຊິ່ງກໍາລັງຢູ່ໃນຂະບວນການຮ່າງ ເພື່ອສົ່ງເສີມການດໍາເນີນກິດຈະກໍາໃນຂັ້ນບໍລິສັດ, ເຊິ່ງເປັນການສົ່ງເສີມການດັດສົມຂະແໜງປຸງແຕ່ງໄມ້.”

ໂດຍອີງຕາມ ທ່ານ ຄໍາພຸດ ພັນດານຸວົງ, ຫົວໜ້າກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ທັງເປັນ ຫົວໜ້າ ຄະນະຮັບຜິດຊອບຊຸກຍູ້ການເຈລະຈາ, ໄດ້ໃຫ້ຮູ້ເພີ່ມເຕີມກ່ຽວກັບຂົງເຂດອື່ນໆທີ່ ແຜນງານ FLEGT ໄດ້ສະໜັບສະໜູນການຈັດຕັ້ງປະຕິບັດ ຄໍາສັ່ງ ທ່ານນາຍົກເລກທີ 15 ວ່າດັ່ງນີ້:

  • ການຕິດຕາມການເຄື່ອນຍ້າຍໄມ້ ໃນບັນດາແຂວງທົດລອງ ຂອງ ແຜນງານ FLEGT (ອັດຕະປື, ຄໍາມ່ວນ ແລະ ໄຊຍະບູລີ) ຊ່ວຍປັບປຸງລະບົບການບັນທຶກ ແລະ ການຈັດການຂໍ້ມູນທີ່ໄດ້ຈາກ ລະບົບຕ່ອງໂສ້ການສະໜອງໄມ້, ເຊິ່ງເປັນການຊ່ວຍກະຊວງກະສິກໍາ ແລະ ປ່າໄມ້ ເພື່ອເກັບກໍາຂໍ້ມູນລະອຽດ ເຊັ່ນວ່າ ບໍລິມາດໄມ້ ແລະ ພັນທະຕ່າງໆທີ່ຕົກຄ້າງຢູ່ສະໜາມໄມ້ 2 ແລະ ການຊ່ວຍປະສານງານໃນການຈັດການໄມ້ຍຶດຈາກໜ່ວຍງານພາກລັດຕ່າງໆ.
  • ລະບຽບການ ສະບັບ ເລກທີ 0112 ກ່ຽວກັບການຂຸດຄົ້ນໄມ້ ໃນເຂດຫັນປ່ຽນທີ່ດິນປ່າໄມ້ເພື່ອເປົ້າໝາຍການພັດທະນາ ແມ່ນ ກໍາລັງໄດ້ຮັບການທົບທວນ ແລະ ທົດລອງໃຊ້ໃນບັນດາແຂວງທົດລອງຕ່າງໆ ເພື່ອປັບປຸງການໝາຍເຂດແດນໃນເຂດຫັນປ່ຽນທີ່ດິນປ່າໄມ້ເພື່ອເປົ້າໝາຍການພັດທະນາ ແລະ ສວນປູກ, ເພື່ອປັບປຸງການຂຶ້ນທະບຽນໄມ້ ແລະ ການຕິດຕາມການດໍາເນີນການຂຸດຄົ້ນໄມ້.

ພາຍຫຼັງ ການປະກາດໃຊ້ ຄໍາສັ່ງນາຍົກ ເລກທີ 15 ຕັ້ງແຕ່ເດືອນ ພຶດສະພາ 2016 ທີ່ຜ່ານມາ, ສປປ ລາວ ເລີ່ມເຫັນໄດ້ເຖິງໝາກຜົນອັນພົ້ນເດັ່ນກ່ຽວກັບການຄຸ້ມຄອງປ່າໄມ້ທີ່ເຂັ້ມແຂງ ແລະ ຄວາມຕັ້ງໃຈເພື່ອແກ້ໄຂບັນຫາຂອງປະເທດຊາດ ກ່ຽວກັບການຕັດໄມ້ທີ່ຜິດກົດໝາຍ ແຜນງານ FLEGT ແມ່ນໜຶ່ງໃນແນວຄວາມຄິດລິເລີ່ມ ທີ່ຊ່ວຍສົ່ງເສີມລັດຖະບານ ແຫ່ງ ສປປ ລາວ ເພື່ອແກ້ໄຂບັນຫາດັ່ງກ່າວ, ເນື່ອງຈາກວ່າ ແຜນງານນີ້ກໍຊອກຫາວິທີທາງເພື່ອປັບປຸງການຄຸ້ມຄອງປ່າໄມ້ໂດຍຜ່ານຕ່ອງໂສ້ການສະໜອງໄມ້.

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...