ຮອງນາຍົກລັດຖະມົນຕີ ເນັ້ນສຸມໃສ່ທ່າແຮງບົ່ມຊ້ອນ ເພື່ອພັດທະນາ ຢູ່ແຂວງເຊກອງ

BP

ຂປລ. ພາຍຫລັງ ທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານ ເສດຖະກິດມະຫາພາກ ແລະ ບໍລິການ ພ້ອມດ້ວຍຄະນະ ສຳເລັດການ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງອັດຕະປື ຕໍ່​ມາໃນວັນທີ 14 ສິງຫາ 2015 ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສືບຕໍ່ເຄື່ອນໄຫວ​ເຮັດວຽກ ​ແລະ ພົບ​ປະ​ພະນັກງານ​ຫລັກ​ແຫ​ລ່ງ ພ້ອມ​ບັນດາ​ປະຊາຊົນ ​ຢູ່​ແຂວງ​ເຊ​ກອງ ເຊິ່ງມີ ທ່ານ ຄໍາ​ເຜີຍ ບຸດ​ດາວຽງ ເຈົ້າແຂວງໆ​ເຊ​ກອງ ພ້ອມຄະນະນຳແຂວງ ​ແລະ ເຈົ້າເມືອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການ ​ເຄື່ອນໄຫວ​ຢ້ຽມຢາມ​ ແຂວງ​ເຊ​ກອງ​​ຄັ້ງ​ນີ້, ທ່ານ ຄໍາ​ເຜີຍ ບຸດ​ດາວຽງ​ ໄດ້​ລາຍ​ງານ​ໃຫ້​ຊາບ​ ກ່ຽວກັບ​ຜົນ​ສໍາ​ເລັດ​ ກອງ​ປະຊຸມ​ໃຫຍ່ ​ອົງຄະ​ນະ​ພັກ​ແຂວງ​ເຊ​ກອງ ຄັ້ງ​ທີ IX ​ໃຫ້​ທ່ານ​ຮອງ​ນາຍົກ ລັດຖະມົນຕີ​ຊາບວ່າ ປັດຈຸ​ບັນ ​ໄດ້​ມີ​ການ​ແບ່ງ​ໜ້າທີ່ ຄວາມ​ຮັບຜິດຊອບ ​ພາຍ​ໃນ​ຄະນະພັກ​ແຂວງ​ ຢ່າງ​ຈະແຈ້ງ ​ພ້ອມ​ທັງ ​​ລາຍ​ງານສະພາບ​ການ​ ພັດທະນາ ​ເສດຖະກິດ​ ສັງຄົມ​ຂອງ​ແຂວງ ​ໃນ​ໄລຍະ​ຜ່ານ​ມາ. ​​ໃນໂອກາດດັ່ງກ່າວ ທ່ານ​ ຮອງ​ນາຍົກລັດຖະມົນຕີ ​ໄດ້​ມີ​ຄໍາ​ເຫັນ ​ແລະ ​ໃຫ້​ທິດ​ຊີ້​ນໍາ ຕໍ່​ແຂວງ​ເຊ​ກອງ​ ​ເປັນ​ຕົ້ນ ​ຕ້ອງ​ນໍາ​ເອົາ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່ອົງຄະນະພັກແຂວງໃນຄັ້ງນີ້ ໄປເຜີຍແຜ່ເຊື່ອມຊຶມ ຢູ່ແຕ່ລະເມືອງ, ແຕ່ລະຂະແໜງການຕ່າງໆໂດຍໄວ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ແລະ ພ້ອມກັນຈັດຕັ້ງ ຜັນຂະຫຍາຍໃຫ້ເປັນແຜນການ, ແຜນງານ ແລະ ໂຄງການອັນລະອຽດ ທີ່ຢູ່ໃນຂົງເຂດ ຄວາມຮັບຜິດຊອບຂອງຕົນ; ສໍາລັບດ້ານການພັດທະນາ: ໃຫ້ເອົາໃຈໃສ່ ຂຸດຄົ້ນທ່າແຮງບົ່ມຊ້ອນຂອງແຂວງ ໃຫ້ເກີດຜົນປະໂຫຍດສູງສຸດ ເປັນຕົ້ນການ​ເປັນແຂວງທາງຜ່ານ ຕ້ອງຮູ້ນໍາໃຊ້ ຊັບພະຍາກອນທໍາມະຊາດ ໃຫ້ມີປະສິດທິຜົນ ແລະ ມີການຄຸ້ມຄອງທີ່ດີ, ກ້າຫັນປ່ຽນຈິນຕະນາການ ໄປສູ່ການປ່ຽນແປງອັນໃໝ່ ຕາມແນວທາງທີ່ພັກ ແລະ ລັດຖະບານວາງອອກ, ຊຸກຍູ້ສົ່ງເສີມການຜະລິດ ຂອງປະຊາຊົນ ຕິດພັນກັບ ອຸດສາຫະກໍາປຸງແຕ່ງ ຫລື ກາຍເປັນອຸດສາຫະກໍາ ທີ່ຕິດພັນກັບເຕັກນິກວິທະຍາສາດ. ພ້ອມ​ດຽວກັນ​ນັ້ນ, ກໍ່​ໃຫ້​ເອົາ​ໃຈ​ໃສ່​ດຶງ​ດູດ​ ການ​ລົງທຶນ​ພາຍ​ໃນ​ແຂວງ ​ໃຫ້​ສູງຂຶ້ນ ​ໂດຍ​ການສ້າງ​ເງື່ອນ​ໄຂ ​ແລະ ອໍານວຍ​ຄວາມ​ສະດວກ ​ໃຫ້​ແກ່ນັກ​ລົງທຶນ ​ເປັນ​ຕົ້ນ ການ​ຜະລິດ​ອຸດສາຫະກໍາ​ປຸງ​ແຕ່ງ​ ໂດຍ​ໃຫ້​ປະຊາຊົນ​​​ໄດ້ມີສ່ວນ​ຮ່ວມ ​ເພື່ອ​ສ້າງ​ອາຊີບ ​ແລະ ສ້າງວຽກ​ເຮັດ​ງານ​ທໍາ ​ໃຫ້​ປະຊາຊົນ​ແຂວງ​ເຊ​ກອງ​ ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ, ​ຈັດ​ສັນ​ທີ່ຢູ່​ອາ​ໃສ ​ແລະ ອາຊີບ​ທີ່ໝັ້ນຄົງ​ໃຫ້​ປະຊາຊົນ​ ໄປ​ພ້ອມໆ​ກັບ​ການ ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ ​ແລະ ຕິດຕາມ​ກວດກາບັນດາ ​ໂຄງການ​ລົງທຶນ​ຕ່າງໆ ພາຍ​ໃນ​ແຂວງ ​ໃຫ້​ມີ​ປະສິດທິ​ຜົນ.

​ ໃນ​ມື້​ດຽວ​ກັນ​ນີ້ ທ່ານຮອງ​ນາຍົກ ລັດຖະມົນຕີ ຍັງ​ໄດ້​ຢ້ຽມຢາມ​ໂຄງການ​ ຜະລິດ​ເປັນ​ສິນຄ້າ​ພາຍ​ໃນ ​ແຂວງ​ເຊ​ກອງ​ຕື່ມ​ອີກ ​ເປັນ​ຕົ້ນ ​ໂຄງການ​ປູກໜໍ່​ໄມ້​ຝຣັ່ງ ທີ່​ຕັ້ງ​ຢູ່​ບ້ານ​ຄໍາ​ກອກ, ​ເມືອງ​ທ່າ​ແຕງ ຂອງ​ບໍລິສັດ​ກ້າວໜ້າການ​ກະ​ເສດ ຈໍາກັດ ​ເຊິ່ງການໂຄງການ​ດັ່ງກ່າວ ​ໄດ້​ເລີ່​ມຈັດ​ຕັ້ງ​ປະຕິບັດ​ມາ​ແຕ່​ປີ 2007 ມີ​ໄລຍະ​ສໍາ​ປະທານ 20 ປີ​ໃນ​ເນື້ອ​ທີ່ 62 ​ເຮັກ​ຕ້າ. ສໍາລັບ​ການ​ປູກໜໍ່​ໄມ້​ຝຣັ່ງນີ້ ສ່ວນ​ໃຫຍ່ຈະ​ສົ່ງ​ອອກ​ຂາຍ ໄປ​ປະ​ເທດ​ຢີ່ປຸນ ປະ​ຈຸບັນ​ແມ່ນ​ມີ​ຄວາມ​ຕ້ອງການ​ສູງ ​​ແຕ່​ເຫັນ​ວ່າຍັງ​ບໍ່ສາມາດ​ ຕອບ​ສະໜອງ​ກັບ​ຄວາມ​ຕ້ອງການ​ໄດ້​ພຽງພໍ, ​ໂດຍ​ສະ​ເລ່ຍສາມາດ​ເກັບ​ໄດ້ 600 ກິ​ໂລກຣາມຕໍ່​ມື້ ສໍາລັບ​ລາຄາ​ສົ່ງ​ອອກ​ຂາຍ​ຕ່າງປະ​ເທດ​ 50.000 ກີບ/ກິ​ໂລ, ຂາຍ​ພາຍ​ໃນ 15.000-20.000 ກີບ/ກິ ​ໂລ, ​​ແນວ​ພັນ​ແມ່ນ​ນໍາ​ມາ​ຈາກ​ ປະ​ເທດ​ອາ​ເມ​ລິ​ກາ, ປະຈຸ​ບັນ​ມີ​ຈໍານວນ​ພະນັກງານ​ທັງໝົດ 220 ຄົນ ມີ​ລາຍ​ໄດ້​ສະ​ເລ່ຍ 800.000-1.000.000 ກວ່າ​ກີບຕໍ່​ເດືອນ ​ແລະ  ຍັງສືບ ​ຕໍ່​ຢ້ຽ​ມຢາມ​ໂຄງ​ການ ສົ່ງເສີມ​ການ​ຜະລິດ ກຸ່ມ​ລ້ຽງໝູ, ​ເປັດ​, ​ໄກ່ ​ແລະ ປາ ​ເປັນ​ສິນຄ້າ ທີ່ຕິດພັນ​ກັບ​ການ​ສົ່ງ​ເສີມ​ ການ​ຕະຫລາດ ​ແລະ ​ເປັນ​ຜູ້​ບໍລິການ ​ເມືອງ​ລະ​ມາ​ມ ​ແລະ ​ເມືອງ​ທ່າ​ແຕງ ທີ່​ຕັ້ງ​ຢູ່​ບ້ານ  ໜອງຫວ້າ, ​ເມືອງ​ລະ​ມາ​ມ ​ແຂວງ​ເຊ​ກອງ.

 

ຂອບໃຈຂ່າວຈາກ:

ຂປລ