Homeຂ່າວການພັດທະນາເສດຖະກິດແຂວງອັດຕະປື ຂະຫຍາຍຕົວເກີນຄາດໝາຍ

ເສດຖະກິດແຂວງອັດຕະປື ຂະຫຍາຍຕົວເກີນຄາດໝາຍ

Published on

attapeu

ຂປລ. ​​ປັດຈຸບັນ​ ການ​ພັດທະນາ​ເສດຖະກິດ ຢູ່​ແຂວງ​ອັດ​ຕະປື​ ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ຢູ່​ໃນ​ລະດັບສະ​ເລ່ຍ 13,82% ຕໍ່​ປີ ສູງ​ກວ່າ​ຄາດໝາຍ​ທີ່​ວາງ​ໄວ້, ລາຍ​ຮັບສະ​ເລ່ຍ​ ຕໍ່​ຫົວ​ຄົນ 1.770 ​ໂດ​ລາ​ສະຫະລັດ​ຕໍ່​ຄົນ/ປີ ທຽບ​ໃສ່​ປີ 2010 ​ເພີ່ມ​ຂຶ້ນ 1.156 ​ໂດ​ລາ​ຕໍ່​ຄົນ​ຕໍ່​ປີ ໝາຍວ່າ​ເພີ່ມ​ຂຶ້ນ 2 ​ເທົ່າ​ ​ໃນ​ນັ້ນ ຊີວິດ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ​ບັນດາ​ເຜົ່າພາຍ​ໃນ​ແຂວງ ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ, ການ​ພັດທະນາ​ເສດຖະກິດ–ສັງຄົມ ​ເປັນ​ໄປ​ຕາມ​ທິດ​ຍືນ​ຍົງ ​ແລະ ທັນ​ສະ​ໄໝ​, ຫັນ​ເປັນ​ອຸດສາຫະກໍາ ຕາມ​ກົນ​ໄກ​ເສດຖະກິດ ​ຕະຫລາດ.

ທ່ານ ດຣ. ນາມ ວິ​ຍະ​ເກດ ​ເຈົ້າ​ແຂວງໆ​ອັດ​ຕະປື ​ໄດ້​ແຈ້ງ​ໃຫ້​ຮູ້​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ການ​​ເຮັດ​ໃຫ້​ເສດຖະກິດ​ ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງນັ້ນ​ ຍ້ອນ​ມີ​ແນວທາງ​ນະ​ໂຍບາຍ ຂອງ​ພັກ-ລັດ​ທີ່​ຖືກຕ້ອງ​, ​ເອົາ​ໃຈ​ໃສ່​ຢ່າງ​ໃກ້​ຊິດ​ຕິດ​ແທດ ​ຂອງ​ຂັ້ນ​​ເທີ​ງ ​ແລະ ອໍານາດ​ການ​ປົກຄອງ​ແຂວງ​ ແຕ່ລະ​ຂັ້ນ​ໄດ້​ເຊີດ​ຊູ​ ຄວາມ​ຮັບຜິດຊອບ​ຂອງ​ຕົນ​ ຊີ້​ນໍາໆ​ພາ, ຫັນ​ແນວ​ທາງ, ມະຕິ, ຄໍາ​ສັ່ງ, ​ເປັນ​ແຜນ​ງານ​​ເຂົ້າ​ໃນ ໂຄງການ​ລະອຽດ​ ​ເພື່ອຈັດ​ຕັ້ງ​ປະຕິບັດ​ ຢ່າງ​ແຖ​ດ​ເຖິງ​ຕົວ​ຈິງ ມີ​ຄວາມ​ສາມັກຄີ​​ເປັນປຶກ​ແຜ່ນ ​ຂອງ​ທົ່ວ​ປວງ​ຊົນ, ​ໄດ້​ຮັບ​ການ​ສະໜັບສະໜູນ​ ຊ່ວຍ​ເຫລືອ​ຈາກ​ບັນດາ​ ເພື່ອນ​ມິດ​ຍຸດ​ທະ​ສາດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ຕະຫລອດ​ມາ, ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ ​ຈັດ​ຕັ້ງ​ປະຕິບັດ​ແນວທາງ​ ປ້ອງ​ກັນຊາ​ດ–ປ້ອງ​ກັນ ​ຄວາມ​ສະຫງົບ​ ທົ່ວ​ປວງ​ຊົນ​ຮອບດ້ານ, ຮັບປະກັນ​ເຮັດ​ໃຫ້​ແຂວງ ​ມິ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​​ເມືອງ​ ຢ່າງ​ໜັກ​ແໜ້ນ​, ສັງຄົມ​ມີ​ຄວາມ​ສະຫງົບ ​ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ໂດຍ​ພື້ນຖານ.

ທ່ານເຈົ້າ​ແຂວງ​ອັດ​ຕະປື ຍັງ​ກ່າວ​ຕື່ມອີກ​ວ່າ: ການ​ພັດທະນາ​ເສດຖະກິດ ​ເຖິງ​ວ່າ​ຈະ​ມີ​ຜົນ​ສໍາ​ເລັດ ​ໃນ​ຫລາຍ​ດ້ານແຕ່​ຖ້າ​ທຽບ​ໃສ່ ​ທ່າ​ແຮງ​ບົ່ມ​ຊ້ອນ​ທີ່​ມີ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ ໃນ​ການ​ພັດທະນາ​ນັ້ນ ຍັງ​ມີ​ບາງ​ດ້ານ​ທີ່​ເຮັດ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ​ ໂດຍ​ສະ​ເພາະ​ແມ່ນ​ ການ​ຜະລິດ​ເປັນ​ສິນຄ້າ​ ຂອງ​ປະຊາຊົນ​ບໍ່​ທັນ​ແຂງ​ແຮງ, ບໍ່​ທັນ​ມີ​ອັນ​ເປັນ​ພື້ນຖານ, ຕົວ​ແບບ​ການ​ຜະລິດ​ໃໝ່​ຍັງ​ມີ​ໜ້ອຍ, ການ​ເຕີບ​ໂຕຂອງ​ເສດຖະກິດ​ພາຍ​ໃນ ​ແມ່ນ​ໄດ້​ມາ​ຈາກ​ພື້ນຖານ​ ຄ່າ​ໃຊ້​ຈ່າຍ​ການ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ການຈັດ​ສັນ​ຄຸ້ມ​ຄອງ​ການ​ນໍາ​ໃຊ້ ​ດິນ​ຫລາຍ​ບ່ອນ​ຍັງ​ສັບສົນ, ການ​ເກັບ​ລາຍ​ຮັບ​ພາສີ​ທີ່​ດິນ​ຍັງ​ຕໍ່າ, ການ​ປະຕິບັດ​ໂຄງການ​ນອກ​ແຜນ ​ຍັງ​ມີ​ລັກສະນະ​ເພີ່ມ ​ຂຶ້ນ ​ເຮັດ​ໃຫ້​ເກີດ​ມີ​ໜີ້​ສິນ, ການ​ຄຸ້ມ​ຄອງ​ລາຍ​ຮັບ-ລາຍ​ຈ່າຍ​ ມີ​ບາງ​ດ້ານ​ບໍ່​ໄປ​ຕາມ​ວິ​ໄນ​ການ​ເງິນ, ການ​ຊຸກຍູ້​ສົງ​ເສີມ​ ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ ສ້າງ​ຖານ​ລາຍ​ຮັບ​ໃໝ່ ​ເພື່ອ​ເພີ່ມ​ລາຍ​ຮັບ​ງົບປະມານ ​ບໍ່​ທັນ​ເຂັ້ມ​ແຂງ, ການ​ຈ່າຍ​ງົບປະມານ​ ຍັງ​ອາ​ໄສ​ການ​ດຸນ​ດ່ຽງ​ຈາກ​ສູນ​ກາງ​ຫລາຍ​ກວ່າ​ເຄິ່ງໜຶ່ງ​ ຂອງ​ລາຍ​ຈ່າຍ​ທັງ​ໝົດ​ຂອງ​ແຕ່ລະ​ປີ, ການ​ພັດທະນາ​ບາງ​ດ້ານ​ ບໍ່​ທັນ​ຕິດ​ພັນ​ກັບ​ການ​ ປົກ​ປັກ​ຮັກສາ​ປ່າ​ໄມ້ ​ແລະ ສິ່ງ​ແວດ​ລ້ອມ, ການ​ສ້າງ ​ແລະ ປັບປຸງ​ຫົວໜ່ວຍ​ທຸລະ​ກິດ​ຂອງ​ລັດ ​ແລະ ​ເສດຖະກິດ​ຮ່ວມ​ມື​ ຂອງ​ປະຊາຊົນ​ບໍ່​ທັນ​ໄດ້​ດີ, ການ​ດຶງ​ດູດ​ການ​ລົງທຶນ​ ໃສ່​ບັນດາ​ໂຄງການ​ຈຸດ​ສຸມ ​ບໍ່​ທັນ​ຫລາຍ ​ແລະ ບໍ່​ແຂງ​ແຮງ, ການ​ຄຸ້ມ​ຄອງການ​ຈັດ​ຕັ້ງ ​ປະຕິບັດ​ໂຄງການ​ລົງທຶນ ​ຂະໜາດ​ໃຫຍ່​ຫລາຍ​ໂຄງການ​ ທີ່​ລົງທຶນ​ສູງ​ແຕ່​ຄຸນ​ນະພາ​ບຍັງ​ຕໍ່າ​ ບໍ່​ສົມ​ຄູ່​ກັບ​ການ​ລົງທຶນ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...