spot_img
Homeຂ່າວຕ່າງປະເທດອ້າງພົບເງິນລາວ 350 ລ້ານກີບ! ຫອບເງິນແລກທະນາຄານ ສຸດທ້າຍເປັນເງິນປອມ

ອ້າງພົບເງິນລາວ 350 ລ້ານກີບ! ຫອບເງິນແລກທະນາຄານ ສຸດທ້າຍເປັນເງິນປອມ

Published on

ເວັບໄຊ ຂ່າວສົດ ລາຍງານເມື່ອວັນທີ 19 ເມສາ 2017 ທີ່ຜ່ານມາວ່າ ເຈົ້າໜ້າທີ່ຕຳຫຼວດ ຈັງຫວັດ ພຣະນະຄອນສີອະຍຸດທະຍາ ໄດ້ຈັບກຸມຕົວ ທ້າວ ບຸນເພັງ ພົນຢ້ຽມ ອາຍຸ 63 ປີ,​ ທ້າວ ສັນຕິພົງ ພົນຢ້ຽມ ອາຍຸ 21 ປີ ເປັນຄົນຈັງຫວັດພຣະນະຄອນສີອະຍຸດທະຍາ ແລະ ທ້າວ ບຸນຮຸ່ງ ຣິນກິນາ ອາຍຸ 44 ປີ ອາໃສທີ່ ຈັງຫວັດ ສະລະບູລີ ພ້ອມກັບ ນາງ ການຈະນາ ມົນທຽນຣັດ ເປັນຄົນຈັງຫວັດ ເພັດບູລີ, ໂດຍທັງ 4  ຜູ້ຖືກຫາໄດ້ຖືກຈັບກຸ່ມຕົວພ້ອມຂອງກາງເປັນທະນາບັດລາວປອມຊະນິດລາຄາຕ່າງໆ ຈຳນວນ 7,028 ສະບັບ ຫຼື ປະມານ 350 ລ້ານກີບ ຫຼື ຄິດເປັນເງິນບາດໄທ ປະມານ 1,500,000 ບາດ. ທັງ 4 ຖືກດຳເນີນຄະດີໃນຂໍ້ຫາຮ່ວມກັນພະຍາຍາມສໍ້ໂກງ, ຮ່ວມກັນມີໄວ້ເພື່ອນຳອອກມາໃຊ້

ຈາກການສອບສວນຜູ້ຖືກຫາໃຫ້ການວ່າ ທ້າວ ບຸນຮຸ່ງ ເຊິ່ງເປັນຄົນຂັບລົດ ແບັດໂຮ ແລະ ນາງ ການຈະນາ ໄດ້ພົບທະນາບັດຂອງປະເທດລາວ ເປັນຈຳນວນຫຼາຍບັນຈຸຢູ່ໃນແກັດເຈ້ຍ ທີ່ ອຳເພີ ບາງນ້ຳປ້ຽວ, ຈັງຫວັດ ສະເຊີງເທຣົາ ເມື່ອປະມານເດືອນ ສິງຫາ 2016 ຈິ່ງເກັບເອົາໄວ້ ຈົນທັງສອງໄດ້ມາຮູ້ຈັກກັບທ້າວ ບຸນເພັງ ເຊິ່ງເປັນຊ່າງແປງລົດແບັດໂຮ ແລະ ທ້າວ ສັນຕິພົງ ລູກຊາຍ ຈິ່ງໄດ້ແບ່ງປັນທະນາບັດໃຫ້ໄປຈຳນວນໜຶ່ງ ໃຫ້ທົດລອງໄປແລກປ່ຽນເປັນເງິນໄປທກັບທະນາຄານ.

ຈົນເມື່ອວັນທີ 10 ເມສາ 2017 ທີ່ຜ່ານມາ ສອງພໍ່ລູກຈິ່ງໄດ້ນຳທະນະບັດຈຳນວນໜຶ່ງໄປແລັກກັບທະນາຄານໃນຫ້າງສັບພະສິນຄ້າ ທີ່ອຳເພີ ປາງປະອິນ ໄດ້ເງິນມາ 8,000 ບາດ ຈິ່ງໄດ້ແບ່ງໃຫ້ທ້າວ ບຸນຮຸ່ງ 4,000 ບາດ ຈາກນັ້ນກໍ່ໄດ້ນຳທະນະບັດໄປແລກປ່ຽນອີກຄັ້ງໃນວັນທີ 13 ເມສາ 2017 ໄດ້ເງິນມາ 180,000 ບາດ ແລ້ວແບ່ງໃຫ້ທ້າວ ບຸນຮຸ່ງ ກັບ ເມຍຈຳນວນ 50,000 ບາດ ຈົນເມື່ອວັນທີ 18 ເມສາ 2017 ສອງພໍ່ລູກຍັງໄດ້ນຳທະນະບັດປະເທດລາວໄປແລກປ່ຽນເງິນທີ່ທະນາຄານ ອຳເພີ ພາຊີ ຈັງຫວັດ ພຣະນະຄອນສີອະຍຸດທະຍາ ແຕ່ເຈົ້າໜ້າທີ່ທະນາຄານ ກວດພົບວ່າເປັນທະນະບັດປອມ ຈິ່ງແຈ້ງຕຳຫຼວດ ນຳມາຈັບກຸມຕົວດັ່ງກ່າວ ຫຼັງຈາກນັ້ນເຈົ້າໜ້າທີ່ຕຳຫຼວດຈະເຮັດການສືບສວນຂະຫຍາຍຜົນເຖິງທີ່ມາຂອງທະນະບັດປອມທັງໝົດ ກ່ອນດຳເນີນການຕໍ່ໄປ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...