spot_img
Homeຂ່າວຕ່າງປະເທດອົງການອານາໄມໂລກ (WHO) ອະນຸມັດ ວັກຊີນ ຊິໂນແວກ (Sinovac) ເຂົ້າເປັນກໍລະນີສຸກເສີນແລ້ວ

ອົງການອານາໄມໂລກ (WHO) ອະນຸມັດ ວັກຊີນ ຊິໂນແວກ (Sinovac) ເຂົ້າເປັນກໍລະນີສຸກເສີນແລ້ວ

Published on

ສຳນັກຂ່າວ ຮອຍເຕີ ລາຍງານ ໃນວັນອັງຄານ 1 ມິຖຸນາ 2021 ອົງການອານາໄມໂລກ (WHO) ປະກາດອະນຸມັດການໃຊ້ວັກຊີນຕ້ານໄວລັສ ໂຄວິດ-19 ຊະນິດ ຊິໂນແວກ (Sinovac) ຖືວ່າເປັນວັກຊີນຈາກຈີນຊະນິດທີ 2 ຕໍ່ຈາກ Sinopham ທີ່ WHO ໄດ້ອະນຸມັດ.

WHO ແຈ້ງວ່າ ການອະນຸມັດເທື່ອນີ້ ຈະເຮັດໃຫ້ນານາຊາດ, ຜູ້ສະໜັບສະໜູນ, ເງິນທຶນ ອົງການຈັດຊື້ ແລະ ສັງຄົມໝັ່ນໃຈວ່າ ວັດຊີນຊີໂນແວກ (Sinovac) ໄດ້ມາດຕະຖານສາກົນໃນເລື່ອງຄວາມປອດໄພ ແລະ ມີປະສິດທິພາບ, ໂດຍອົງການອານາໄມໂລກ ແນະນຳໃຫ້ໃຊ້ສຳລັບຜູ້ມີອາຍຸ 18 ປີ ຂຶ້ນໄປ, ສັກ 2 ເຂັມ ຫ່າງກັນ 2-4 ອາທິດ.

ຜົນການກວດສອບເຫັນວ່າ: ວັນຊີນຊະນິດນີ້ ປ້ອງກັນອາກາດປ່ວຍຂອງພະຍາດໄດ້ 51% ໃນກຸ່ມຜູ້ທີ່ໄດ້ຮັບວັກຊີນແລ້ວ ແລະ ປ້ອງກັນອາການປ່ວຍຮຸນແຮງ ປ່ວຍຈົນໄດ້ເຂົ້າໂຮງໝໍໄດ້ເຖິງ 100% ເຊິ່ງຖະແຫຼ່ງການຈາກອົງການອະນາໄມໂລກ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...