spot_img
Homeຂ່າວຕ່າງປະເທດອົງການອະນາໄມໂລກຮຽກຮ້ອງໃຫ້ສາກົນໃຊ້ວັກຊີນຂອງແອສຕຣາເຊເນກາ

ອົງການອະນາໄມໂລກຮຽກຮ້ອງໃຫ້ສາກົນໃຊ້ວັກຊີນຂອງແອສຕຣາເຊເນກາ

Published on

ສຳນັກຂ່າວ ບີບີຊີ ລາຍງານໃນວັນທີ 15 ມີນາ 2021 ວ່າ: ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ສາກົນໃຊ້ວັກຊີນຕ້ານໂຄວິດ – 19 ທີ່ພັດທະນາໂດຍບໍລິສັດ ແອສຕຣາເຊເນກາ ກັບມະຫາວິທະຍາໄລ ອັອກຊ໌ຟອດ ຕໍ່ໄປ ຫຼັງຈາກຫຼາຍປະເທດໃນເອີຣົບສັ່ງໂຈະການໃຊ້ວັກຊີນຊະນິດນີ້ ຈາກຄວາມກັງວົນວ່າ ອາດເຮັດໃຫ້ເກີດພາວະເລືອດກ້າມ ໂດຍຜູ້ຊ່ຽວຊານດ້ານຄວາມປອດໄພວັກຊີນຂອງ WHO ຈະປະຊຸມເລື່ອງນີ້ໃນວັນອັງຄານ.

ທ່ານ ເທດຣໍສ ເກເບຣເຢຊຸດ, ໂຄສົກຂອງ WHO ກ່າວວ່າ: ພວກເຂົາກຳລັງສືບສວນເລື່ອງການພົບຜູ້ເກີດພາວະເລືອດກ້າມ ຫຼັງຈາກໄດ້ຮັບວັກຊີນຂອງແອສຕຣາເຊເນກາ. ທັ່ງທີ່ WHO ຮັບຮູ້ເລື່ອງທັງໝົດແລ້ວ ຈະມີການເປີດເຜີຍຕໍ່ສາທາລະນະທັນທີ ແຕ່ຈົນເຖິງປັດຈຸບັນ ຍັງບໍ່ຫຼັກຖານບົ່ງບອກວ່າ: ວັກຊີນເປັນສາເຫດເຮັດໃຫ້ເລືອດກ້າມ ແລະ ເປັນເລື່ອງສຳຄັນທີ່ການສັກວັກຊີນຕ້ອງດຳເນີນຕໍ່ໄປ ເພື່ອທີ່ເຮົາຈະສາມາດຊ່ວຍຊີວິດ ແລະ ຢຸດຢັ້ງໄວຣັສໄດ້.

ກ່ອນໜ້ານີ້, ລັດຖະບານເຢຍລະມັນ, ຝຣັ່ງ, ອີຕາລີ ແລະ ແອັກສະປາຍໂຍນ ເຊິ່ງເປັນຊາດເສດຖະກິດໃຫຍ່ທີ່ສຸດອັນດັບ 1-4 ຂອງເອີຣົບ ແລະ ອີກຫຼາຍປະເທດ ເຊັ່ນ: ໄອສ໌ແລນ, ປອກຕຸຍການ, ເດັນມາກ, ນໍເວ, ບັລແກເຮຍ ແລະ ສະໂລວີເນຍ ປະກາດໂຈະການສັກວັກຊີນຂອງແອສຕຣາເຊເນກາ ເນື່ອງຈາກເກີດການເລືອດກ້າມອຸດຕັນໃນຫຼອດເລືອດສະໝອງທີ່ອາດກ່ຽວຂ້ອງກັບການສັກວັກຊີນ. ໃນເວລາດຽວກັນທີ່ອີຕາລີພົບຜູ້ເສຍຊີວິດ.

ອົງການຢາເອີຣົບ (EMA) ຈະຈັດກອງປະຊຸມໃນວັນອັງຄານນີ້ເຊັ່ນດຽວກັນ, ແຕ່ພວກເຂົາຍັງແນະນຳໃຫ້ສືບຕໍ່ນຳໃຊ້ວັກຊີນຂອງແອສຕຣາເຊເນກາຕໍ່ໄປ.

ດ້ານບໍລິສັດ ແອສຕຣາເຊເນກາແຫຼ່ງວ່າ: ທົ່ວສະພາເອີຣົົບ ແລະ ອັງກິດ ມີລາຍງານພົບຜູ້ເກີດພາວະເລືອດກ້າມອຸດຕັນໃນຫຼອດເລືອດດຳ ສ່ວນເລິກ (DVT) ຈຳນວນ 15 ຄົນ ແລະ ພະຍາດເລືອດກ້າມໃນປອດ 22 ຄົນ ໃນບັນດາຜູ້ທີ່ໄດ້ຮັບວັກຊີນຂອງພວກເຂົາແລ້ວກ່ວາ 17 ລ້ານຄົນ ແຕ່ບໍ່ມີຫຼັກຖານວ່າ: ການສັກວັກຊີນ ເຮັດໃຫ້ມີຄວາມສ່ຽງໃນການເກີດພາວະເລືອດກ້າມເພີ່ມສູງຂື້ນແຕ່ເຖິງຢ່າງໃດກໍ່ຕາມ ແອສຕຣາເຊເນກາ ລະບຸວ່າ: ຕົວເລກດັ່ງກ່າວຖືວ່າໜ້ອຍຖ້າທຽບໃສ່ການເກີດພະຍາດຕາມປົກກະຕິໃນກຸ່ມພົນລະເມືອງທົ່ວໄປ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...