spot_img
Homeຂ່າວຕ່າງປະເທດອົງການອະນາໄມໂລກຊີ້ ຜູ້ຕິດເຊື້ອສາຍພັນເດວຕ້າເພີ່ມສູງຂຶ້ນ ລ່າມໄປທົ່ວ 124 ປະເທດແລ້ວ

ອົງການອະນາໄມໂລກຊີ້ ຜູ້ຕິດເຊື້ອສາຍພັນເດວຕ້າເພີ່ມສູງຂຶ້ນ ລ່າມໄປທົ່ວ 124 ປະເທດແລ້ວ

Published on

ວັນທີ 25 ກໍລະກົດ 2021 ສໍານັກຂ່າວ BBC ລາຍງານວ່າ ອົງການອະນາໄມໂລກ (WHO) ອອກມາຖະແຫຼງການ ດ້ວຍຄວາມກັງວົນເຖິງການແຜ່ລະບາດຂອງເຊື້ອໂຄວິດ-19 ກາຍພັນ ສາຍພັນເດວຕ້າ ໃນຂະນະນີ້ວ່າ ເຊື້ອພະຍາດໄດ້ແຜ່ລະບາດຈໍານວນຫຼາຍ ພົບການຕິດເຊື້ອໃນ 124 ປະເທດ ແລະ ດິນແດນທົ່ວໂລກແລ້ວ ເຊິ່ງຄາດວ່າຈະກາຍເປັນສາຍພັນຫຼັກທີ່ລະບາດທົ່ວໂລກພາຍໃນເດືອນຂ້າງໜ້າ ອີກທັງອົງການອະນາໄມໂລກ ຍັງຄາດການວ່າຈະມີການຢືນຢັນຜູ້ຕິດເຊື້ອໂຄວິດ-19 ຈໍານວນ 200 ລ້ານຄົນທົ່ວໂລກໃນອີກໜຶ່ງອາທິດຂ້າງໜ້າອີກດ້ວຍ.

ຂະນະນີ້ແມ່ນ ກໍາລັງພົບກັບປະຊາຊົນຜູ້ຕິດເຊື້ອ ໂຄວິດ-19 ສາຍພັນເດວຕ້າເພີ່ມສູງຂຶ້ນ ໂດຍສະເພາະໃນຢູໂຣບ ແລະ ພູມິພາກທາງຕາເວັນຕົກຂອງມະຫາສະໝຸດປາຊີຟິກ. ໃນຂະນະທີ່ຕອນນີ້, ມີບາງປະເທດໃນຢູໂຣບຕະເວັນຕົກ ໄດ້ເລີ່ມຜ່ອນມາດຕະການລອ໋ກດາວຄຸມການລະບາດຂອງເຊື້ອໂຄວິດ-19 ແລ້ວ ແລະ ຈໍານວນຜູ້ເສຍຊີວິດແມ່ນຫຼຸດລົງ ແຕການກະຈາຍວັກຊີນໃຫ້ແກ່ປະຊາຊົນ ຍັງມີຄວາມລ່າຊ້າ ເຊິ່ງເຮັດໃຫ້ປະຊາຊົນກໍາລັງພົບກັບການເສຍຊີວິດຈາກການຕິດເຊື້ອໂຄວິດ-19 ສາຍພາຍເດວຕ້າເພີ່ມຫຼາຍຂຶ້ນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...