ທ່ານ ບາກບີແອ ເດີລາແຊ (Mr. Barbier Delaserre) ຜູ້ໃຫ້ທຶນອົງການເດັກອາຊີ ປະເທດຝຣັ່ງ (EA) ໄດ້ມອບທຶນຊ່ວຍປຸກສ້າງຫ້ອງຮຽນ ມ ຕົ້ນ ແຕງວາງ ເປັນເງິນຈຳນວນ 352 ລ້ານກີບ ໃຫ້ອຳນາດການປົກຄອງບ້ານແຕງວາງ ເມືອງປາກແບງ ແຂວງອຸດົມໄຊ ເນື່ອງໃນໂອກາດທີ່ທ່ານໄດ້ລົງຢ້ຽມຢາມພົບປະຄູ-ອາຈານ ແລະ ນ້ອງນັກຮຽນໂຮງຮຽນເປົ້າໝາຍຂອງອົງການ ເມື່ອພົບເຫັນໂຮງຮຽນຍັງມີຄວາມຂາດເຂີນ ນັກຮຽນກໍ່ຫຍຸ້ງຍາກ ຈຶ່ງໄດ້ນຳເອົາເງິນຈຳນວນດັ່ງກ່າວມາມອບໃຫ້ທາງອຳນາດການປົກຄອງ ບ້ານ ເພື່ອສ້າງໃຫ້ໂຮງຮຽນກາຍເປັນໂຮງຮຽນຕົວແບບຂອງອົງການ ແລະ ສ້າງໂອກາດໃຫ້ເດັກນ້ອຍໄດ້ຮັບການສຶກສາທີ່ດີ.
ວັນທີ 15 ພຶດສະພາ 2015 ທີ່ໂຮງຮຽນບ້ານແຕງວາງ ອຳນາດການປົກຄອງບ້ານແຕງວາງ ຈຶ່ງໄດ້ຈັດພິທີລົງນາມເຊັນສັນຍາໂຄງການກໍ່ສ້າງ ຫ້ອງຮຽນມັດທະຍົມຕອນຕົ້ນແຕງວາງ ຕາງໜ້າລົງນາມແມ່ນທ່ານ ຄຳສຸຍ ນາຍບ້ານແຕງວາງ ໃນນາມເຈົ້າຂອງໂຄງການ ແລະ ທ່ານຈານ ຄຳ ຈັນທະພານິດ ຜູ້ອຳນວຍການບໍລິສັດວັງຄຳກໍ່ສ້າງ ເປັນຜູ້ຮັບເໝົາ ໂດຍມີທ່ານ ຈິນດາວົງ ສົມສາມາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງອຸດົມໄຊ ທ່ານ ບາກບີແອ ເດີລາແຊ ຜູ້ໃຫ້ທຶນການກໍ່ສ້າງອົງການເດັກອາຊີປະເທດຝຣັ່ງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງປາກແບ່ງ ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຄູ-ອາຈານພາຍໃນໂຮງຮຽນເຂົ້າຮ່ວມ.
ສຳລັບໂຄງການກໍ່ສ້າງໂຮງຮຽນດັ່ງກ່າວມີມູນຄ່າ 352 ລ້ານກີບ ປະເພດການກໍ່ສ້າງແມ່ນຫ້ອງຮຽນແບບຖາວອນ ຊັ້ນ 1 ຈຳນວນ 1 ຫຼັງ ຂະໜາດ 7,50X28 ແມັດ ປະກອບມີ 4 ຫ້ອງຮຽນ ແລະ 1 ຫ້ອງການ ມີອຸປະກອນເຟີນີເຈີຄົບຊຸດ ພາຍຫຼັງຫ້ອງຮຽນຫຼັງນີ້ກໍ່ສ້າງສຳເລັດແລ້ວ ຈະເຮັດໃຫ້ຊຸມຊົນ ແລະ ບັນດານ້ອງນັກຮຽນໄດ້ມີບ່ອນສຶກສາຮ່ຳຮຽນຢູ່ໃນສະພາບແວດລ້ອມທີ່ ດີ ແລະ ຫຼຸດຜ່ອນຄວາມແອອັດຈາກຈຳນວນນັກຮຽນທີ່ເພີ່ມຂຶ້ນໃນແຕ່ລະປີ ໂຄງການນີ້ເລີ່ມລົງມືກໍ່ສ້າງຕັ້ງແຕ່ກາງເດືອນພຶດສະພາ ແລະ ໃຫ້ສຳເລັດເດືອນກໍລະກົດ 2015.
ແຫລ່ງຂ່າວ: ວຽງຈັນໃໝ່