spot_img
Homeຂ່າວຕ່າງປະເທດອຸຕຸນິຍົມວິທະຍາໂລກເຕືອນອຸນຫະພູມທົ່ວໂລກຈະສູງຂຶ້ນຕື່ມ

ອຸຕຸນິຍົມວິທະຍາໂລກເຕືອນອຸນຫະພູມທົ່ວໂລກຈະສູງຂຶ້ນຕື່ມ

Published on

WMO ເຕືອນປາກົດການ “ເອວນິໂຢ່” ກຳລັງຈະກັບມາ ໃຫ້ໂລກກຽມພ້ອມຮັບມືກັບສະພາບອາກາດທີ່ຈະຮ້ອນຂຶ້ນ.

ອົງການອຸຕຸນິຍົມວິທະຍາໂລກ (WMO) ອົງກອນໜຶ່ງຂອງສະຫະປະຊາຊາດເປີດເຜີຍວ່າ ມີ 60% ທີ່ຈະເກີດປາກົດການ ເອວນິໂຢ່ (El Niño) ບໍ່ເກີນເດືອນກໍລະກົດນີ້ ແລະ ມີ 80% ທີ່ຈະເກີດເອວນິໂຢ່ບໍ່ເກີນເດືອນກັນຍາ.

“ເອວນິໂຢ່” ເປັນຮູບແບບສະພາບອາກາດທີ່ກ່ຽວຂ້ອງກັບອຸນຫະພູມເພີ່ມຂຶ້ນສູງທົ່ວໂລກ ລວມທັງຄວາມແຫ້ງແລ້ງທີ່ຈະເກີດຂຶ້ນໃນບາງສ່ວນຂອງໂລກ ແລະ ເກີດຝົນຕົກໜັກໃນບາງສ່ວນຂອງໂລກເຊັ່ນກັນ.

ເພັດເທລີ ທາລາສ (Petteri Taalas) ເລຂາທິການ WMO ລະບຸວ່າ ໂລກຄວນກຽມພ້ອມສຳລັບການພັດທະນາຂອງປາກົດການເອວນິໂຢ່ ທີ່ມັກກ່ຽວຂ້ອງກັບວາມຮ້ອນ ຄວາມແຫ້ງແລ້ງ ຫຼື ປະລິມານນ້ຳຝົນທີ່ເພີ່ມຂຶ້ນໃນສ່ວນຕ່າງໆຂອງໂລກ ອາດບັນເທົາໄພແຫ້ງແລ້ວໃນ Horn of Africa ແລະ ຜົນກະທົບອື່ນໆ ແຕ່ກໍກະຕຸ້ນໃຫ້ເກີດສະພາບອາກາດທີ່ຮຸນແຮງຂຶ້ນ ເຊິ່ງສິ່ງນີ້ໄດ້ເນັ້ນຍ້ຳເຖິງຄວາມຈຳເປັນ ໃນການເລີ່ມຄຳເຕືອນລ່ວງໜ້າເພື່ອໃຫ້ຄົນປອດໄພ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...