spot_img
Homeມູມໄອທີລາວອີຢູປັບໄໝກູເກີລຂອງສະຫະລັດກວ່າ 2 ພັນລ້ານຢູໂຣ

ອີຢູປັບໄໝກູເກີລຂອງສະຫະລັດກວ່າ 2 ພັນລ້ານຢູໂຣ

Published on

ບີບີຊີລາຍງານອ້າງວ່ານາງ ມາຣເກຣດ ເວສເທເກີ ກຳມະການດ້ານການແຂ່ງຂັນດ້ານການຄ້າຂອງສະຫະພາບຢຸໂຣ (ອີຢູ) ວ່າ ຄະນະກຳມະທິການແຫ່ງຢຸໂຣບ (ອີຊີ) ອົງກອນຝ່າຍບໍລິຫານຂອງກຸ່ມອີຢູສັ່ງປັບໄໝບໍລິສັດ ກູເກີລ ຂອງສະຫະລັດຈຳນວນ 2,420 ລ້ານຢູໂຣ ເນື່ອງຈາກກູເກີລໃຊ້ອຳນາດໂດຍບໍ່ຊອບທຳໂດຍການສະແດງສິນຄ້າທີ່ກູເກີລມີຂໍ້ຕົກລົງຈະເຮັດການສົ່ງເສີມການຂາຍໄວ້ໃນລຳດັບຕົ້ນໆຂອງການສືບຄົ້ນຂໍ້ມູນລະບຸວ່າເປັນການຕັດໂອກາຂອງບໍລິສັດອື່ນໆບໍ່ໃຫ້ສາມາດແຂ່ງຂັນໄດ້ຢ່າງເປັນທຳມະຊາດ ທີ່ສຳຄັນຄືການຕັດໂອກາດໃນແງ່ທີ່ເຮັດໃຫ້ຜູ່ບໍລິໂພກຊາວຢຸໂຣບບໍ່ໄດ້ປະໂຫຍດຈາກການແຂ່ງຂັນທີ່ເປັນທຳ ບໍ່ມີໂອກາດເລືອກສິນຄ້າທີ່ມັກຢ່າງແທ້ຈິງ ແລະ ບໍ່ເກີດການພັດທະນາດ້ານວັດຕະກຳດ້ານການຜະລິດສິນຄ້າ ນັບເປັນຕົວເລກຄ່າປັບໄໝສູງທີ່ສຸດເທົ່າທີ່ອີຊີເຄີຍສັ່ງປັບໄໝກັບບໍລິສັເອກະຊົນທີ່ກ່າວຫາວ່າບິດເບືອນກົນໄກການຕະຫຼາດ
ນອກຈາກນີ້ອີຊີຍັງມີຄຳສັ່ງໃຫ້ກູເກີລຢຸດຕິພຶດຕິກຳທີ່ຕໍ່ຕ້ານການແຂ່ງຂັນຂອງຕະຫຼາດພາຍໃນ 90 ວັນ ບໍ່ດັ່ງນັ້ນຈະຖືກປັບເພີ່ມອີກ ຫາກກູເກີລບໍ່ຍອປັບປ່ຽນວິທີການໃຫ້ການບໍລິການໃນໝວດເລື່ອງການຈັດຊື້ສິນຄ້າພາຍໃນກຳນົດ 3 ເດືອນ ກູເກີລອາດຈະຕ້ອງຈ່າຍຄ່າປັບໄໝເພີ່ມຕື່ມຄືຮ້ອຍລະ 5 ຈາກລາຍຮັບໄດ້ສະເລ່ຍລາຍວັນທົ່ວໂລກ ເຊິ່ງປັດຈຸບັນຄື 14 ລ້ານໂດລາຕໍ່ມື້ ດ້ານກູເກີລແມ່ນບໍ່ຍອມຮັບຄຳຕັດສິນດັ່ງກ່າວ ລະບຸວ່າຈະຍື່ນອຸທອນຄຳສັ່ງນີ້ຕໍ່ໄປ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...