spot_img
Homeຂ່າວຕ່າງປະເທດອີຕາລີ ປະກາດຂາຍເຮືອນ ລາຄາ 10,600 ກີບ ໃນເມືອງການຈີ

ອີຕາລີ ປະກາດຂາຍເຮືອນ ລາຄາ 10,600 ກີບ ໃນເມືອງການຈີ

Published on

 

ສະພາເທດສະບານເມືອງການຈີ ເທິງເກາະຊິຊິລີ ທາງພາກຕາເວັນຕົກສ່ຽງໃຕ້ຂອງອີຕາລີ ປະກາດຂາຍເຮືອນ

20 ຫຼັງ ໃນເຂດຊຸມຊົນເກົ່າແກ່ ເຊິ່ງຖືກປະຮ້າງເທິງເນີນພູມາໂດນີ ແຕ່ສາມາດເບິ່ງເຫັນທິວທັດທ້ອງທະເລໄດ້

ຢ່າງຊັດເຈນ ໃນລາຄາຫຼັງລະ 1​ ເອີໂຣ ຫຼື ປະມານ 10,600 ກີບ ລວມເຖິງເຮືອນ 2 ຊັ້ນ ແລະ 3 ຊັ້ນອີກຈຳນວນ

ໜຶ່ງ ເຊິ່ງມີລາຄາຕັ້ງແຕ່ 300-15,000 ເອີໂຣ (ປະມານ 3,191,000​ – 159,570,000 ກີບ) ໃນວັນທີ 19 ສິງຫາ

2014 ທີ່ຜ່ານມານີ້.

 

ໂດຍສ່ວນໃຫຍ່ເປັນຊາວຕ່າງປະເທດ ສົນໃຈທີ່ຈະຊື້ເຮືອນດັ່ງກ່າວ ທັງຈາກອົດສະຕາລີ, ດູໄບ, ສະຫະລັດອາເມ

ຣິກາ ແລະ ສະວີເດັນ ເຊິ່ງພວກເຂົາຕ້ອງໄດ້ເດີນທາງໄປເຮັດສັນຍາກັບສະພາເທດສະບານເມືອງດັ່ງກ່າວດ້ວຍ

ຕົນເອງ ແລະ ຕ້ອງຈ່າຍເງິນມັດຈຳອີກ 5,000 ເອີໂຣ ( ປະມານ 53 ລ້ານກີບ) ໃຫ້ແກ່ສະພາເທດສະບານເພື່ອ

ຮັບປະກັນວ່າ ຈະປັບປຸງເຮືອນດັ່ງກ່າວ ໃຫ້ມີສະພາບສົມບູນສາມາດເຂົ້າຢູ່ອາໄສໄດ້ ພາຍໃນເວລາ 3 ປີ  ຫຼັງການ

ຊື້ຂາຍ ແລະ ຄາດວ່າ ຄ່າປັບປຸງເຮືອນແຕ່ລະຫຼັງ ແມ່ນບໍ່ຕ່ຳກ່ວາ 20,000 ເອີໂຣ ( ປະມານ 33 ລ້ານກີບ).

 

ສ່ວນຊາວເມືອງການຈີ ທີ່ອາໄສຢູ່ໃນລະແວກໃກ້ຄຽງ ແມ່ນບໍ່ມີການຄັດຄ້ານໂຄງການດັ່ງກ່າວແຕ່ປະການໃດ

ໂດຍພວກເຂົາມີຄວາມຄາດຫວັງວ່າ ຊາວຕ່າງປະເທດທີ່ຈະມາຊື້ເຮືອນໃນຊຸມຊົນມາໂດນີ ຈະຊ່ວຍກະຕຸ້ນການ

ທ່ອງທ່ຽວພາຍໃນທ້ອງຖິ່ນໃຫ້ດີຂຶ້ນ.

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...