spot_img
Homeຂ່າວການພັດທະນາອີກ 5 ປີລາວຈະມີແຫລ່ງຜະລິດພະລັງງານໄຟຟ້າ 75 ແຫ່ງລວມກຳລັງຕິດຕັ້ງປະມານ 10.000 ເມກາວັດ

ອີກ 5 ປີລາວຈະມີແຫລ່ງຜະລິດພະລັງງານໄຟຟ້າ 75 ແຫ່ງລວມກຳລັງຕິດຕັ້ງປະມານ 10.000 ເມກາວັດ

Published on

ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ແຈງຢູ່ໃນພິທີເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າແຮງສູງ 115 ກິໂລໂວນ ເມືອງພີນ-ສາລະວັນ ເມື່ອຕົ້ນເດືອນຕຸລານີ້ວ່າ: ປັດຈຸບັນ, ຂະແໜງການຂອງຕົນພວມສຸມໃສ່ພັດທະນາແຫລ່ງຜະລິດພະລັງງານໄຟຟ້າຈຳນວນ 35 ໂຄງການ ລວມມີກຳລັງຕິດຕັ້ງປະມານ 5.000 ເມກາວັດ, ໃນນັ້ນມີ 30 ໂຄງການເປັນເຂື່ອນພະລັງງານນ້ຳ, 3 ໂຄງການເປັນໂຮງໄຟຟ້າພະລັງງານຄວາມຮ້ອນ (ຖ່ານຫີນ) ແລະ ອີກ 2 ໂຄງການເປັນພະລັງງານແສງຕາເວັນ ແລະ ພະລັງງານລົມ ໂດຍຄາດວ່າຈະໃຫ້ສຳເລັດສົມບູນໃນປີ 2020 ແລະ ຮອດເວລານັ້ນ ລາວເຮົາຈະມີແຫລ່ງຜະລິດພະລັງງານໄຟຟ້າທັງໝົດ 75 ແຫ່ງ ລວມມີກຳລັງຕິດຕັ້ງປະມານ 10.000 ເມກາວັດ ແລະ ຈະຊ່ວຍໃຫ້ການພັດທະນາເສດຖະກິດຂອງປະເທດຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງດີຂຶ້ນ.

ທ່ານລັດຖະມົນຕີ ໃຫ້ຮູ້ອີກວ່າ: ປັດຈຸບັນຢູ່ລາວເຮົາມີແຫລ່ງຜະລິດພະລັງງານໄຟຟ້າແລ້ວ 40 ແຫ່ງ ລວມມີກຳລັງຕິດຕັ້ງທັງໝົດຫລາຍກວ່າ 6.300 ເມກາວັດ, ແຕ່ລະປີສາມາດຜະລິດກະ ແສໄຟຟ້າໄດ້ປະມານ 33.000 ກວ່າກິ ກາວັດໂມງ ແລະ ຊ່ວຍໃຫ້ຈຳນວນຄອບຄົວປະຊາຊົນພາຍໃນປະ ເທດໄດ້ຊົມໃຊ້ໄຟຟ້າຢ່າງຖາວອນແລ້ວກວມ 91,50%.

ຂ່າວຈາກ: laophatthananewspaper

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...