spot_img
Homeຂ່າວຕ່າງປະເທດອິນ​ໂດ​ເນ​ເຊຍເດັດ​ຂາດ ຈົມ​ເຮື​ອ​ປະ​ມົງ​ຕ່າງ​ດ້າວ 41 ລຳ ທີ່​ລຸກ​ລ້ຳ​ເຂົ້າ​ເຂດ​ນ່ານ​ນ້ຳ​ຂອງ​ປະ​ເທດ!

ອິນ​ໂດ​ເນ​ເຊຍເດັດ​ຂາດ ຈົມ​ເຮື​ອ​ປະ​ມົງ​ຕ່າງ​ດ້າວ 41 ລຳ ທີ່​ລຸກ​ລ້ຳ​ເຂົ້າ​ເຂດ​ນ່ານ​ນ້ຳ​ຂອງ​ປະ​ເທດ!

Published on

q_8

ກອງ​ທັບ​ອິນ​ໂດ​ເນ​ເຊຍ ຈົມ​ເຮືອປະ​ມົງ​ຕ່າງ​ດ້າວ 41 ລຳ ທີ່​ລຸກ​ລ້ຳ​ເຂົ້າ​ມາ​ຫາ​ປາ​ໃນ​ນ່ານ​ນ້ຳ​ຂອງ​ຕົນ ເຊິ່ງ​ເປັນ​ການ​ນຳ​ໃຊ້​ມາດ​ຕະ​ການ​ທີ່​ເດັດ​ຂາດ ຫລັງ​ດຶງ​ລາຍ​ໄດ້​ຄືນ​ໃຫ້​ຊາວ​ປະ​ມົງ​ອິນ​ໂດ​ເນ​ເຊຍ ແລະ ກະ​ຕຸ້ນ​ເສດ​ຖະ​ກິດ​ຂອງ​ປະ​ເທດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 22 ພຶດ​ສະ​ພາ​ນີ້​ວ່າ ກອງ​ທັບ​ເຮືອ​ອິນ​ໂດ​ເນ​ເຊຍ ຮ່ວມ​ກັບ​ກົມ​ປະ​ມົງ ໄດ້​ທຳ​ການ​ຈົມ​ເຮືອ​ປະ​ມົງ​ຕ່າງ​ດ້າວ ທີ່​ຖືກ​ຍຶດ​ໄວ້​ຈາກ​ການ​ເຂົ້າ​ມາ​ເຮັດ​ການ​ປະ​ມົງ​ໃນ​ເຂດ​ນ່ານ​ນ້ຳ​ຂອງ​ປະ​ເທດ​ອິນ​ໂດ​ເນ​ເຊຍ ຈຳ​ນວ​ນ​ທັງ​ໝົດ 41 ລຳ ໂດຍ​ໃນ​ນັ້ນ ມາ​ຈາກ​ຈີນ 1 ລຳ, ທີ່​ເຫລືອ​ມີ​ເຮືອ​ຈາກ​ຫວຽດ​ນາມ, ຟິ​ລິບ​ປິນ ແລະ ຈາກ​ປະ​ເທດ​ໄທ ໂດຍ​ທະ​ຫານ​ອິນ​ໂດ​ເນ​ເຊຍ ໄດ້​ທຳ​ລາຍ​ດ້ວຍ​ການ​ວາງ​ລະ​ເບີດ ໃຫ້​ເກີດ​ມີ​ໄຟ​ລຸກ​ໄໝ້ ແລ້ວ​ປ່ອຍ​ໃຫ້​ຈົມ​ລົງ​ໃນ​ທະ​ເລ.

ດ້ານ​ລັດ​ຖະ​ມົນ​ຕີ​ປະ​ມົງ​ອິນ​ໂດ​ເນ​ເຊຍ ໄດ້​ໃຫ້​ສຳ​ພາດ​ກັບ​ສື່ມວນ​ຊົນ​ວ່າ ຖ້າ​ຫາກ​ບໍ່​ເດີນ​ໜ້າ​ທຳ​ລາຍ​ເຮືອ​ປະ​ມົງ ທີ່​ພາ​ກັນ​ລຸກ​ລ້ຳ​ເຂົ້າ​ມາ​ໃນ​ນ່ານ​ນ້ຳ​ຂອງ​ປະ​ເທດ ກໍ​ຈະ​ບໍ່​ສາ​ມາດ​ເບິ່ງ​ແຍງ​ຄວາມ​ເປັນ​ຢູ່​ຂອງ​ຊາວ​ປະ​ມົງ​ອິນ​ໂດ​ເນ​ເຊຍ​ໄດ້.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...