spot_img
Homeຂ່າວຕ່າງປະເທດອິນເດຍ - ປາກິດສະຖານ ປະສົບໄພນ້ຳຖ້ວມໜັກ ເສຍຊີວິດແລ້ວ 300 ກ່ວາຄົນ

ອິນເດຍ – ປາກິດສະຖານ ປະສົບໄພນ້ຳຖ້ວມໜັກ ເສຍຊີວິດແລ້ວ 300 ກ່ວາຄົນ

Published on

 

ເກີດເຫດນ້ຳຖ້ວມໃນປະເທດອິນເດຍ ແລະ ປາກິດສະຖານຢ່າງຮຸນແຮງ ລ່າສຸດມີຜູ້ເສຍຊີວິດລວມກັນໃນສອງ

ປະເທດ ເກືອບ 300 ຄົນ ໃນຂະນະທີ່ເຈົ້າໜ້າທີ່ກຳລັງພະຍາຍາມໃຫ້ການຊ່ວຍເຫຼືອຜູ້ປະສົບໄພອີກຫຼາຍພັນຄົນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນ ວັນທີ 8 ກັນຍານີ້ວ່າ ທະຫານຂອງປະເທດອິນເດຍ ໄດ້ພະຍາຍາມເຂົ້າຊ່ວຍ

ເຫຼືອປະຊາຊົນນັບພັນຄົນ ທີ່ຕິດຄ້າງຢູ່ໃນແຄວ້ນແຄດເມຍ ເຊິ່ງກຳລັງປະສົບເຫດນ້ຳຖ້ວມຢ່າງຮຸນແຮງໃນຮອບ

ກ່ວາ 50 ປີ ໂດຍໄດ້ຂ້າຊີວິດຂອງຊາວອິນເດຍໄປແລ້ວກ່ວາ 150 ຄົນ ແລະ ເຮັດໃຫ້ເມືອງເອກສີນະຄອນ ຕ້ອງຈົມ

ຢູ່ໃຕ້ບາດານ.

 

ເນື່ອງຈາກຝົນທີ່ຕົກຈາກອິດທິພົນຂອງມໍລະສຸມເຂດຮ້ອນ ໃນໄລຍະຫຼາຍມື້ທີ່ຜ່ານມາ ໄດ້ເຮັດໃຫ້ກ່ວາ 350 ບ້ານ

ຖືກນ້ຳຖ້ວມ ແລະ ເກີດດິນຖະຫຼົ່ມໃນພື້ນທີ່ແຖບສັນພູຫິມາໄລ ໃນລັດຊຳມູ ແລະ ກັດສະມີ ເຊິ່ງເຮັດໃຫ້ແມ່ນ້ຳເຢ

ລຳ ເຊິ່ງໄຫຼຜ່ານປະເທດອິນເດຍ ແລະ ປາກິດສະຖານ ຍື່ງລົ້ນເຂົ້າຖ້ວມພື້ນທີ່ສ່ວນໃຫຍ່ຂອງເມືອງສີນະຄອນ ສູງ

ສຸດເຖິງ 3,6 ແມັດ ສົ່ງຜົນໃຫ້ປະຊາຊົນຕ້ອງໜີນ້ຳຂຶ້ນໄປອາໄສຢູ່ເທິງຫຼັງຄາ.

 

ສ່ວນສະຖານະການຢູ່ລັດປັນຈາບຂອງປາກິດສະຖານ ໂຄສົກສຳນັກງານຈັດການໄພພິບັດແຫ່ງຊາດຂອງປາກິດ

ສະຖານເປີດເຜີຍວ່າ ໃນຂະນະນີ້ພົບຜູ້ເສຍຊີວິດແລ້ວ 142 ຄົນ ໃນເຂດບ້ານທີ່ຖືກນ້ຳຖ້ວມ 108 ບ້ານ ແລະ ພື້ນ

ທີ່ການຜະລິດກະສິກຳ ໄດ້ຮັບຄວາມເສຍຫາຍຢ່າງໜັກ, ເຖິງຢ່າງໃດກໍຕາມ ຝົນທີ່ໄດ້ຕົກຢ່າງໜັກ ກໍໄດ້ເລີ່ມທຸ

ເລົາລົງແດ່ແລ້ວ ໃນບາງພື້ນທີ່.

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...