spot_img
Homeຂ່າວຕ່າງປະເທດອິນເດຍຫວັງຟື້ນຟູເສດຖະກິດ ຫຼັງຈາກທີ່ເລີ່ມມີການເປີດໃຫ້ນັກທ່ອງທ່ຽວເຂົ້າປະເທດ

ອິນເດຍຫວັງຟື້ນຟູເສດຖະກິດ ຫຼັງຈາກທີ່ເລີ່ມມີການເປີດໃຫ້ນັກທ່ອງທ່ຽວເຂົ້າປະເທດ

Published on

ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ ທາງການຂອງປະເທດອິນເດຍອະນຸຍາດໃຫ້ນັກທ່ອງທ່ຽວຕ່າງຊາດທີ່ໄດ້ຮັບວັກຊີນປ້ອງກັນໂຄວີດ-19 ຄົບຖ້ວນ ສາມາດເດີນທາງເຂົ້າມາປະເທດໄດ້ອີກຄັ້ງໃນຮອບ 19 ເດືອນ ນັບຕັ້ງແຕ່ວັນທີ 15 ຕຸລາ 2021 ເປັນຕົ້ນໄປ ແລະ ຈະອະນຸຍາດໃຫ້ຜູ້ໂດຍສານຖ້ຽວບິນພານິດເຂົ້າປະເທດ ທັງນີ້ກໍເພື່ອຜ່ອນຄາຍມາດຕະການປ້ອງກັນໂຣກລະບາດ ຫຼັງຈາກທີ່ແນວໂນ້ມຜູ້ຕິດເຊື້ອປະຈໍາວັນຫຼຸດລົງເຫຼືອທີ່20,000 ຄົນຕໍ່ມື້ ຈາກແຕ່ກ່ອນທີ່ຍອດຜູ້ຕິດເຊື້ອສູງເຖິງ 400,000 ຄົນຕໍ່ມື້ ແລະ ປະຊາກອນຂອງປະເທດອິນເດຍເອງປະມານ 70% ແມ່ນໄດ້ຮັບວັກຊີນຢ່າງໜ້ອຍ 1 ເຂັມແລ້ວ.

ທັງນີ້ ການຜ່ອນຄາຍມາດຕະການຂໍ້ຈໍາກັດເກີດຂຶ້ນພ້ອມກັບການເລີ່ມຕົ້ນຂອງລະດູການທ່ອງທ່ຽວຂອງອິນເດຍ ຈຶ່ງເຮັດໃຫ້ເກີດມີຄວາມຫວັງໃນການຟື້ນໂຕຂອງອຸດສາຫະກໍາການທ່ອງທ່ຽວທີ່ມີບັນຫາ.

ຈາກຂໍ້ມູນລັດຖະບານອິນເດຍໄດ້ເປີດເຜີຍວ່າສາມາດດຶງດູດນັກທ່ອງທ່ຽວຕ່າງຊາດໃນປີກາຍໄດ້ພຽງ 2.74 ລ້ານຄົນ ເຊິ່ງຫຼຸດລົງຈາກປີ 2019 ທີ່ມີນັກທ່ອງທ່ຽວເຖິງ 10.93 ລ້ານຄົນ ເຊິ່ງສະທ້ອນໃຫ້ເຫັນວ່າໂຣກລະບາດເຮັດໃຫ້ຊີວິດ ແລະ ທຸລະກິດອິນເດຍປ່ຽນຈາກໜ້າມືເປັນຫຼັງມື.

ນອກຈາກນີ້ອຸດສາຫະກໍາການທ່ອງທ່ຽວເປັນໜຶ່ງໃນຜະລິດຕະພັນລວມພາຍໃນປະເທດ ຫຼື GDP ຂອງປະເທດອິນເດຍເກືອບເທົ່າ 7% ແລະ ຍັງຮອງຮັບວຽກງານໃນຫຼາຍຕໍາແໜ່ງທີ່ນອນຢູ່ໃນຂະແໜງບໍລິການ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...