spot_img
Homeຂ່າວຕ່າງປະເທດອາເມລິກາປະກາດຄິດຄົ້ນວັກຊີນ ຕ້ານໂຄວິດ-19 ສຳເລັດ! ເລີ່ມທົດລອງກັບຄົນມື້ວານນີ້

ອາເມລິກາປະກາດຄິດຄົ້ນວັກຊີນ ຕ້ານໂຄວິດ-19 ສຳເລັດ! ເລີ່ມທົດລອງກັບຄົນມື້ວານນີ້

Published on

ສຳນັກຂ່າວເອເອັບພີລາຍງານຈາກ ສະຫະລັດອາເມລິກາ ໃນວັນທີ 16 ມີນາ 2020​ ນີ້ວ່າ ສະຖາບັນສາທາລະນະສຸກແຫ່ງຊາດຂອງສະຫະລັດຖະແຫຼງວ່າ ການທົດລອງວັກຊີນຕ້ານໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ກັບຄົນ ຈະເລີ່ມຂຶ້ນທີ່ເມືອງ ຊີແອັດໂທ ໂດຍໃຊ້ອາສາສະໝັກທົດລອງ ເປັນຜູ້ທີ່ມີສຸຂະພາບແຂງແຮງ ອາຍຸລະຫວ່າງ 18-55 ປີ ຈໍານວນ 45 ຄົນ ໃຊ້ເວລາປະມານ 6 ອາທິດ. ອາສາສະໝັດທົດລອງຄົນທຳອິດໄດ້ຮັບວັກຊີນໄປແລ້ວ ແຕ່ຕ້ອງເບິ່ງວ່າໂຕຢາຂອງວັກຊີນ ມີຄວາມຄືບໜ້າເຂົ້າສູ່ໄລະຍະໃດໄດ້ແນ່ ເພື່ອກວດວ່າໄດ້ຜົນ ມີປະສິດທິພາບ ແລະ ປອດໄພ ເປັນສຳຄັນ.

ເຈົ້າທີ່ສະຫະລັດເຄີຍປະເມີນໄວ້ແລ້ວວ່າ ອາດຈະຕ້ອງໃຊ້ເວລາອີກ 1 ປີ ເຖິງ 1​ ປີເຄິ່ງ ກ່ອນທີ່ຈະສາມາດໃຊ້ງານໄດ້ ຫາກທຸກຢ່າງເປັນໄປຕາມແຜນ. ສໍາລັບວັກຊີນໂຕນີ້ ມີຊື່ວ່າ mRNA-1273 ພັດທະນາຂຶ້ນມາໂດຍນັກວິທະຍາສາດ ແລະ ນັກວິໄຈຫ້ອງທົດລອງຂອງສະຖາບັນ ສາທາລະນະສຸກແຫ່ງຊາດຂອງສະຫະລັດ ທີ່ຫ້ອງທົດລອງຂອງບໍລິສັດ ໄບໂອເທັກໂນໂລຊີ ຊື່ວ່າ Moderna ຕັ້ງຢູ່ເມືອງ ເຄມບຣິດ ລັດແມັດຊາຊູເຊັດ ສ່ວນທຶນວິໄຈໄດ້ຮັບການສະໜັບສະໜູນຈາກ Coalition for Epidemic Preparedness Innovations(CEPI)ທີ່ນະຄອນຫຼວງອອສໂລ ປະເທດ ນອກແວ.

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...