spot_img
Homeຂ່າວຕ່າງປະເທດອາເມລິກາປະກາດຄວໍ້າບາດຣັດເຊຍຈາກກໍລະນີລັກລອບວາງຢາພິດຜູ້ນຳຝ່າຍຄ້ານ ແລະ ນັກວິຈານ

ອາເມລິກາປະກາດຄວໍ້າບາດຣັດເຊຍຈາກກໍລະນີລັກລອບວາງຢາພິດຜູ້ນຳຝ່າຍຄ້ານ ແລະ ນັກວິຈານ

Published on

ເມື່ອວັນທີ 2 ມີນາ 2021 ທີ່ຜ່ານມາ ສຳນັກຂ່າວ BBC ລາຍງານວ່າ ອາເມລິກາປະກາດຄວໍ້າບາດຕໍ່ຣັດເຊຍຈາກກໍລະນີລັກລອບວາງຢາພິດ ທ່ານ ອາເລັກເຊຍ ນາວັລນີ ຜູ້ນຳຝ່າຍຄ້ານ ແລະ ນັກວິຈານປະທານາທິບໍດີ ວາລາດິເມຍ ປູຕິນ.

ໂດຍການຄວໍ້າບາດດັ່ງກ່າວຈະມີຜົນກັບເຈົ້າໜ້າທີ່ລະດັບສູງຂອງຣັດເຊຍ 7 ຄົນ ແລະ ໜ່ວຍງານ 14 ແຫ່ງທີ່ກ່ຽວຂ້ອງກັບການຜະລິດສານເຄມີ.

ເຈົ້າໜ້າທີ່ຂອງອາເມລິກາບອກວ່າ ໜ່ວຍງານຂ່າວສະຫະລັດສະຫຼຸບວ່າ ລັດຖະບານຣັດເຊຍຢູ່ເບື້ອງຫຼັງການໃຊ້ສານທຳລາຍປະສດ ໂຈມຕີທ່ານ ນາວັລນີ ຈົນເກືອບເຖິງແກ່ຊີວິດໃນໄຊບີເຣຍເມື່ອປີ 2020 ແຕ່ລັດຖະບານຣັດເຊຍໄດ້ປະຕິເສດ ແລະ ໂຕ້ແຍ້ງຂໍ້ກ່າວຫາດັ່ງກ່າວ ເຊິ່ງຜູ້ຊ່ຽວຊານອາວຸໂສໄດ້ລະບຸວ່າ ໃຊ້ສານທຳລາຍປະສາດໂນວິຊອກ.

ເຈົ້າໜ້າທີ່ສະຫະລັດລະບຸວ່າ ການລົງໂທດຕ່າງໆ ກຳລັງປະສານສົມທົບກັບສະຫະພາບເອີຣົບ. ເຊິ່ງຄາດວ່າຈະປະກາດອອກມາໃກ້ຄຽງກັນ ນີ້ແມ່ນການລົງໂທດຄັ້ງທຳອິດຕໍ່ລັດຖະບານຣັດເຊຍ.

ທ່ານ ໂຈ ໄບເດນ ກ່າວຫຼັງຈາກການສົນທະນາທາງໂທລະສັບກັບຣັດເຊຍໃນເດືອນແລ້ວນີ້ ໂດຍກ່າວຢ່າງຊັດເຈນເຖິງວັນທີ່ອາເມລິກາ “ປະເຊີນໜ້າກັບການກະທຳທີ່ຮຸກຮານຂອງຣັດເຊຍ” ການແຊກແຊງການເລືອກຕັ້ງ ການໂຈມຕີທາງອິນເຕີເນັດ ແລະ ການວາງຢາພິດຕໍ່ພົນລະເມືອງ ສິ້ນສຸດລົງແລ້ວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...