spot_img
Homeຂ່າວຕ່າງປະເທດອາເມລິກາບໍ່ສາມາດຄວໍ້າບາດມຽນມາໄດ້ໂດຍຕົງຍ້ອນຈີນ-ຣັດເຊຍຄັດຄ້ານ

ອາເມລິກາບໍ່ສາມາດຄວໍ້າບາດມຽນມາໄດ້ໂດຍຕົງຍ້ອນຈີນ-ຣັດເຊຍຄັດຄ້ານ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 10 ມີນາ 2021 ວ່າ ໂດຍອ້າງຈາກແຫຼ່ງຂ່າວດ້ານການ ທູດພາຍໃນຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ວ່າມີການປະຊຸມຄັ້ງຫຼ້າສຸດເມື່ອວັນອັງຄານທີ່ຜ່ານມາ ເພື່ອພະຍາຍາບັນລຸສັນທະໄມຕີ ໃນການອອກຖະແຫຼງການສະບັບໃໝ່ ໃຫ້ມີເນື້ອໃນເດັດຂາດ ກ່ຽວກັບວິກິດການໃນມຽນມາ.

ຈີນ ແລະ ຣັດເຊຍ ເຊິ່ງເປັນ 2 ໃນ 5 ສະມາຊິກຖາວອນຂອງ UNSC ແລະ ມີອຳນາດວີໂຕ້ຮ່ວມດ້ວຍອິນເດຍ ແລະ ຫວຽດນາມ ເຊິ່ງເປັນສະມາຊິກບໍ່ຖາວອນໃນອາຊີ-ປາຊີຟິກ ຮ່ວມກັນແກ້ໄຂຮ່າງຖະແຫຼງການເຊິ່ງສະເໜີໂດຍປະເທດອັງກິດ. ທັງນີ້, ແຫຼ່ງຂ່າວໃຫ້ຂໍ້ມູນວ່າ ເນື້ອໃນທີ່ມີການນຳອອກໄປລວມເຖິງການພາດພິງ ການລັດຖະປະຫານ ແລະ ຂໍ້ຄວາມທີ່ສື່ເຖິງ ການຂົ່ມຂູ່ ວ່າ UNSC ກຳລັງພິຈາລະນາດຳເນີນການຂັ້ນຕໍ່ໄປ ໃນຂະນະທີ່ອາເມລິກາເຊິ່ງເຮັດໜ້າທີ່ເປັນປະທານ UNSC ປະຈຳເດືອນມີນາ ຍັງບໍ່ມີທ່າທີຢ່າງເປັນທາງການໃນເລື່ອງນີ້.

ທ່າທີຂອງ UNSC ທີ່ມີຕໍ່ສະຖານະການໃນມຽນມາ ທີ່ຜ່ານມາ “ບໍ່ແມ່ນເລື່ອງເໜືອຄວາມຄາດໝາຍ” ສຳລັບທຸກຝ່າຍທີ່ກ່ຽວຂ້ອງວ່າ UNSC ຍັງບໍ່ສາມາດເຮັດຫຍັງໄດ້ຫຼາຍກວ່ານີ້ ແລະ ການປະກາດຄວໍ້າບາດຕໍ່ກອງທັບມຽນມາໂດຍຕົງ ຍັງເຮັດບໍ່ໄດ້ ເນື່ອງຈາກຈີນ ແລະ ຣັດເຊຍຈະໃຊ້ສິດວີໂຕ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...