spot_img
Homeຂ່າວຕ່າງປະເທດອາເມຣິກາຕັດສິດທິພິເສດທາງການຄ້າກັບອິນເດຍ

ອາເມຣິກາຕັດສິດທິພິເສດທາງການຄ້າກັບອິນເດຍ

Published on

ປະທານາທິບໍດີ ໂດນັລ ທຣັມ ຜູ້ນຳອາເມຣິກາ ປະກາດຈະຕັດສິdທິພິເສດທາງການຄ້າສຳລັບອິນເດຍ ຊຶ່ງຈະເລີ່ມແຕ່ວັນທີ 5 ມິຖຸນາ 2019 ເປັນຕົ້ນໄປ ທັງນີ້ ນັບເປັນມໍລະສຸມທາງເສດຖະກິດຄັ້ງຫຼ້າສຸດສຳລັບລັດຖະບານອິນເດຍ ນອກເໜືອຈາກເສດຖະກິດທີ່ຢຸດນິ້ງ ແລະ ອັດຕາວ່າງງານກໍສູງຂຶ້ນເປັນປະຫວັດການ.

ອິນເດຍຖືເປັນປະເທດດຽວທີ່ໄດ້ເຮັບຜົນປະໂຫຍດຫຼາຍທີ່ສຸດ ແລະ ດົນທີ່ສຸດຫຼາຍກວ່າທົດສະວັດຈາກໂຄງການສິດທິພິເສດທາງພາສີ ຫຼື GSP ຂອງອາເມຣິກາ ຊຶ່ງເຮັດໃຫ້ອິນເດຍສາມາດສົ່ງອອກສິນຄ້າໄປຂາຍໃນອາເມຣິກາໂດຍບໍ່ຕ້ອງເສຍພາສີ ຊຶ່ງໂຕເລກມູນຄ່າໃນປີ 2017 ຢູ່ທີ່ 5.700 ລ້ານໂດລາ.

ຂະນະທີ່ ທ່ານ ທຣັມ ໄດ້ກ່າວໃນຖະແຫຼງການເມື່ອບໍ່ດົນມານີ້ວ່າ ຕ້ອງການໃຫ້ສິນຄ້າຈາກອາເມຣິກາເຂົ້າເຖິງຕະຫຼາດອິນເດຍ ຊຶ່ງຖືເປັນປະເທດຍັກໃຫຍ່ແຫ່ງອາຊີໃຫ້ຫຼາຍຂຶ້ນ ແລະ ຫຼັງຈາກພິຈາລະນາຢ່າງຮອບຄອບແລ້ວຈິ່ງສະຫຼຸບວ່າ ອິນເດຍບໍ່ສາມາດຮັບປະ ກັນໄດ້ວ່າສິນຄ້າຂອງອາເມຣິກາຈະເຂົ້າເຖິງຕະຫຼາດຂອງອິນເດຍໄດ້ຢ່າງຍຸຕິທຳ ແລະ ສົມເຫດສົມຜົນ ຫຼື ບໍ່? ດັ່ງນັ້ນ ຈິ່ງສະຫຼຸບໄດ້ວ່າຄວນຈະຕັດອິນເດຍອອກຈາກປະເທດກຳລັງພັດທະນາທີ່ໄດ້ຮັບຜົນປະໂຫຍດຈາກ GSP.

ທັງນີ້ ທ່ານ ທຣັມ ໄດ້ປະກາດແນວຄວາມຄິດທີ່ຈະຕັດ GSP ສຳລັບອິນເດຍເມື່ອຕົ້ນເດືອນມີນາຜ່ານມາ ແຕ່ກໍບໍ່ໄດ້ລະບຸວັນເວລາທີ່ແນ່ນອນ ທັງນີ້ ລັດຖະບານອາເມຣິກາກໍໄດ້ພະຍາຍາມໃຫ້ອິນເດຍເປັນພັນທະມິດໃກ້ຊິດທາງການທູດ ແຕ່ວ່າອາເມຣິກາກໍໄດ້ຍື່ນຂໍກ່ຽວກັບການເຂົ້າເຖິງທີ່ຈຳກັດສູ່ຕະຫຼາດຂະໜາດໃຫຍ່ຊຶ່ງຄວບຄຸມປະຊາກອນເຖິງ 1.300 ລ້ານຄົນ ແລະ ເມື່ອລະຫວ່າງປີ 2017-2018 ອາເມຣິກາຂາດດຸນການຄ້າຕໍ່ອິນເດຍຢູ່ທີ່ 26.700 ລ້ານໂດລາ.

ຢ່າງໃດກໍຕາມ ການປະກາດຂອງອາເມຣິກາຖືເປັນໄພຄຸກຄາມຫຼ້າສຸດຕໍ່ລັດຖະບານຊາດນິຍົມຊາວຮິນດູ ຂໍ້ມູນຢ່າງເປັນທາງການຂອງລັດຖະບານອິນເດຍສະແດງໃຫ້ເຫັນວ່າອັດຕາການເຕີບໂຕຂອງເສດຖະກິດຊ້າລົດ 3 ໄຕມາດຕິດຕໍ່ກັນຄື 5,8% ໃນເດືອນມັງກອນ-ມິຖຸນາ 2019 ຂະນະທີ່ອັດຕາວ່າງງານສູງສຸດໃນຮອບ 45 ປີ.

ທັງນີ້ ລັດຖະບານອິນເດຍກໍຍັງບໍ່ມີຄຳເຫັນຕໍ່ການເຄື່ອນໄຫວຂອງລັດຖະບານອາເມຣິກາ ແຕ່ກໍມີລາຍງານຂອງສື່ດັງທີ່ລະບຸວ່າ ນິວເດລີກຳລັງພິຈາລະນາປັບພາສີນຳເຂົ້າສິນຄ້າຈາກອາເມຣິກາຫຼາຍກວ່າ 20 ລາຍການ.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: REUTERS, AP 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...