spot_img
Homeຂ່າວພາຍ​ໃນອາເມຣິກາຊ່ວຍວຽກງານປັບປຸງຊີວິດຄົນພິການໃນ ສປປ ລາວ

ອາເມຣິກາຊ່ວຍວຽກງານປັບປຸງຊີວິດຄົນພິການໃນ ສປປ ລາວ

Published on

ອາເມຣິກາສືບຕໍ່ຊ່ວຍເຫຼືອປັບປຸງຊີວິດການເປັນຢູ່ຂອງຄົນພິການຢູ່ 2 ແຂວງຂອງ ສປປ ລາວ ຄື ແຂວງຊຽງຂວາງ ແລະ ສະຫວັນນະເຂດ.

ເມື່ອວັນທີ 16 ພຶດສະພາ 2019 ທີ່ນະຄອນຫຼວງວຽງຈັນ ​ໄດ້​ມີພິທີເຊັນບົດບັນທຶກຄວາມເຂົ້າໃຈເພື່ອຊ່ວຍເຫຼືອປັບປຸງຊີວິດການເປັນຢູ່ຂອງຄົນພິການໃນລາວ ພາຍໃຕ້ໂຄງການ “ໂອກາດ” ເພື່ອສະໜັບສະໜູນການພັດທະນາແບບມີສ່ວນຮ່ວມຂອງຄົນພິການ ຢູ່ ສປປ ລາວ ຊຶ່ງມີໄລຍະ​ເວລາ​ຈັດ​ຕັ້ງ​ປະຕິບັດ​ໂຄງການແມ່ນ 5 ປີໃນ 2 ຄື ແຂວງຊຽງຂວາງ ແລະ ສະຫວັນນະເຂດ ໂດຍຜ່ານອົງ ການພັດທະນາສາກົນ ປະເທດສະຫະລັດອາເມຣິກາ (USAID) ມູນຄ່າ 15 ລ້ານໂດລາ. ​

ໂຄງການ​ດັ່ງກ່າວຈະ​ໄດ້ສຸມໃສ່ 3 ເປົ້າໝາຍຫຼັກຄື 1. ການປັບປຸງການເຂົ້າເຖິງການບໍລິການດ້ານສຸຂະພາບ 2. ການຟື້ນຟູການມີຄຸນນະພາບ ເພີ່ມໂອກາດການມີວຽກເຮັດງານທໍາໃຫ້ຄົນພິການ 3. ເສີມສ້າງຄວາມເຂັ້ມແຂງດ້ານວຽກງານສຸຂະພາບ ໂດຍຜ່ານການມີສ່ວນຮ່ວມຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

ຮ່ວມເຊັນບົດບັນທຶກໂດຍ ທ່ານ ຄໍາປິງ ແສງຕານນະລາດ ຫົວໜ້າກົມນະໂຍບາຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ຊາຣ່າ ບຣູນາກີ ຫົວໜ້າອົງການອົງການ ເວີລດເອດຢູເຄຊັນ ສະຫະລັດອາເມຮິກາ ປະຈໍາລາວ ມີພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...