spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ທຳລາຍ “ກະດູກ” ໂດຍກົງ

ອາຫານທີ່ທຳລາຍ “ກະດູກ” ໂດຍກົງ

Published on

ອາຫານບາງຊະນິດ ກໍໃຫ້ປະໂຫຍດຫຼາຍຢ່າງ ແຕ່ບາງຄົນກໍອາດຈະເບິ່ງຂ້າມໂທດຂອງມັນ ແນ່ນອນວ່າທຸກຢ່າງໃຫ້ປະໂຫຍດແລ້ວ ກໍຍ່ອມໃຫ້ໂທດແກ່ເຮົາ

  1. ກາເຟ: ມີການວິໄຈຂອງອາເມລິກາບອກໃຫ້ຮູ້ວ່າ ການກິນກາເຟຫຼາຍ ກໍສົ່ງຜົນຮ້າຍເຮັດໃຫ້ກະດູກຜ່ອຍ, ກະດູກບາງ ເພາະກາເຟ ມີຄາເຟອິນ ເຮັດໃຫ້ຮ່າງກາຍຂັບແຄວຊຽມອອກມາທາງນໍ້າປັດສະວະ
  2. ນໍ້າອັດລົມ: ໃນນໍ້າອັດລົມນີ້ ມີຜົນເຮັດໃຫ້ກະດູກບາງ ແລະຫັກໄດ້ງ່າຍ ໂດຍຜູ້ທີ່ກິນນໍ້າອັດລົມຕະຫຼອດ ມີໂອກາດເປັນພະຍາດກະດູກຜ່ອຍ ແລະສົ່ງຜົນໃຫ້ແຂ້ວຜ່ອຍອີກ
  3. ຊີ້ນສັດ: ຊີ້ນສັດມີໂປຣຕີນສູງ ສົ່ງຜົນເຮັດໃຫ້ແຄວຊຽມດຶງໂຕອອກຈາກກະດູກ ເພື່ອຈັດການກັບຄວາມເປັນກົດຂອງເລືອດ, ຜົນການສຶກສາເຫັນວ່າ ການກິນໂປຣຕີນສູງດົນໆ ຈະເຮັດໃຫ້ກະດູກບາງກວ່າຄົນກິນອາຫານແບບປົກກະຕິ
  4. ກິນອາຫານເຄັມ: ນອກຈາກສົ່ງຜົນເສຍໃຫ້ຮ່າງກາຍໂດຍສະເພາະແມ່ນ ໝາກໄຂ່ຫຼັງ ແລ້ວຍັງເຮັດໃຫ້ຮ່າງກາຍຂັບແຄວຊຽມອອກມາທາງນໍ້າປັດສະວະ ເຮັດໃຫ້ກະດູກບໍ່ແຂງແຮງ ແລະອ່ອນຫັກໄດ້ງ່າຍ

ເມື່ອເຮົາຮູ້ຜົນເສຍຂອງການກິນອາຫານທັງ 4 ປະເພດນີ້ແລ້ວ ກໍຄວນຢຸດ ຫຼືຫຼຸດຜ່ອນການກິນລົງ ເພື່ອຄວາມແຂງແຮງຂອງກະດູກ ແລະຮ່າງກາຍຂອງເຮົາເອງ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...