ອາທິດຕົ້ນເດືອນກັນຍາມີເຫດໄຟໄໝ້ເຮືອນສອງຫລັງ!

 

ເຈົ້າໜ້າທີ່ມອດໄຟນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນອາທິດຕົ້ນເດືອນກັນຍານີ້ ໄດ້ເກີດເຫດໄຟໄໝ້ເຮືອນ

ຂອງປະຊາຊົນແລ້ວ 2 ຫລັງຄື ໃນເວລາປະມານ 12:30 ໂມງຂອງວັນທີ 1 ກັນຍານີ້ ເກີດໄຟໄໝ້ເຮືອນຫລັງໜຶ່ງ

ສອງຊັ້ນ (ລຸ່ມກໍ່ເທິງໄມ້) ຢູ່ບ້ານໂຄກຊາຍ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເຊິ່ງແມ່ນນາງ ວິລັດດາ

ເປັນ ເຈົ້າຂອງ ແລະ ຫລັງທີ່ສອງເກີດຂຶ້ນມື້ດຽວກັນ ໃນເວລາປະມານ 20:30 ໂມງ ເປັນເຮືອນສອງຊັ້ນ (ລຸ່ມກໍ່

ເທິງໄມ້) ຢູ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໂດຍແມ່ນທ້າວ ບຸນອ້ອມ ອາຍຸ 50 ປີເປັນເຈົ້າຂອງ

ແລະ ຜ່ານການລົງພິສູດຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ເຫດໄຟໄໝ້ສອງຄັ້ງ ນີ້ແມ່ນເກີດຈາກໄຟຟ້າຊ໋ອດ.

 

ພ້ອມທັງຝາກເຕືອນປະຊາຊົນທີ່ຊົມໃຊ້ຟືນໄຟຈົ່ງມີສະຕິລະວັງຕົວສູງ ແລະ ພ້ອມທັງໝັ້ນກວດກາອຸປະກອນ

ແລະ ສາຍໄຟພາຍໃນເຮືອນ, ສຳນັກງານ-ອົງການ ຢ່າງເປັນປົກກະຕິ, ຖ້າຫາກມີສະພາບເກົ່າແກ່ຊຸດໂຊມກໍຄວນ

ສ້ອມແປງປ່ຽນຖ່າຍອັນໃໝ່ ແລະ ຖ້າມີເງື່ອນໄຂກໍຄວນມີບັ້ງມອດໄຟປະຈຳເຮືອນ ເພື່ອໃຫ້ຮັບປະກັນໃນການ

ສະກັດກັ້ນອັກຄີໄພທີ່ອາດຈະເກີດຂຶ້ນໄດ້ທ່ວງທັນ ແລະ ຫລຸດຜ່ອນຜົນເສຍຫາຍທາງດ້ານຊີວິດ ແລະ ຊັບສີນທີ່

ຈະຕາມມາ.

 

ແຫຼ່ງຂ່າວ: ລາວພັດທະນາ