spot_img
Homeຂ່າວພາຍ​ໃນລັດຖະບານເຮັດແທ້ ເລິ່ມແຈກເອກະສານແຈ້ງຊັບສິນແລ້ວ

ລັດຖະບານເຮັດແທ້ ເລິ່ມແຈກເອກະສານແຈ້ງຊັບສິນແລ້ວ

Published on

 

ເປັນເວລາຫຼາຍປີແລ້ວທີ່ລັດຖະບານລາວເອົາໃຈໃສ່ເລື່ອງການປາບປາມການສໍ້ລາດບັງຫຼວງ ໂດຍນຳໃຊ້ມາດຕະການຫຼາຍຢ່າງ ໜຶ່ງໃນນັ້ນແມ່ນການອອກນະໂຍບາຍໃຫ້ພະນັກງານ-ລັດຖະກອນ ແຈ້ງຊັບສິນແລະລາຍຮັບຂອງຕົນ ອັນນີ້ກໍເພື່ອງ່າຍຕໍ່ການກວດສອບແລະແກ້ໄຂບັນຫາການສໍ້ລາດບັງຫຼວງໃຫ້ຫຼຸດໜ້ອຍຖອຍລົງ.

ຂ່າວເລື່ອງລັດຖະບານຈະໃຫ້ພະນັກງານ-ລັດຖະກອນແຈ້ງຊັບສິນແລະລາຍຮັບນັ້ນໄດ້ອອກມາດົນພໍສົມຄວນ ແຕ່ກໍຍັງບໍ່ຖືກປະຕິບັດຢ່າງເປັນຮູບປະທຳ ຈົນຕົກມາເຖິງຕົ້ນປີ 2014 ນີ້ ຂ່າວດັ່ງກ່າວເລິ່ມປາກົດເປັນຮູບປະທຳແລ້ວ ໂດຍມີຫຼາຍສຳນັກງານອົງການຂອງລັດເລິ່ມຈັດຕັ້ງປະຕິບັດດ້ວຍການສຳມະນາຮຽນຮູ້ດຳລັດວ່າດ້ວຍການແຈ້ງຊັບສິນແລະລາຍຮັບ ພ້ອມກັບແຈກຢາຍແບບຟອມແຈ້ງຊັບສິນແລະລາຍຮັບໃຫ້ແກ່ພະນັກງານ-ລັດຖະກອນທີ່ສັງກັດໃນອົງການຈັດຕັ້ງຂອງຕົນແລ້ວ.

ຊັບສິນແລະລາຍຮັບທີ່ຈະຕ້ອງແຈ້ງແມ່ນປະກອບດ້ວຍ ບັນຊີທີ່ດິນ, ບັນຊີປະເພດສິ່ງປຸກສ້າງ, ບັນຊີປະເພດພາຫະນະແລະກົນຈັກການຜະລິດ, ບັນຊີປະເພດວັດຖຸທີ່ມີຄ່າ, ບັນຊີເງິນຝາກແລະພັນທະບັດ, ບັນຊີຮຸ້ນ, ບັນຊີລາຍຮັບປະເພດຕ່າງໆ, ບັນຊີໜີ້ຕ້ອງຮັບແລະໜີ້ຕ້ອງສົ່ງ ແລະນອກຈາກນັ້ນແບບຟອມຍັງໃຫ້ແຈ້ງບຸກຄົນທີ່ມີສາຍພົວພັນຜົວຫຼືເມຍ, ລູກແລະບຸກຄົນອື່ນທີ່ຢູ່ໃນການຄຸ້ມຄອງໂດຍກົງຂອງຜູ້ແຈ້ງຊັບສິນແລະລາຍຮັບນຳອີກ. ໂດຍຊັບສິນທີ່ຈະຕ້ອງແຈ້ງແມ່ນຕ້ອງມີມູນຄ່າ 20 ລ້ານກີບຂຶ້ນໄປເທົ່ານັ້ນ.

ແຫຼ່ງຂ່າວທີ່ໜ້າເຊື່ອຖືແຈ້ງໃຫ້ຮູ້ວ່າ ການແຈ້ງຊັບສິນແລະລາຍຮັບດັ່ງກ່າວນັ້ນຈະເປັນຄວາມລັບໂດຍຈະບໍ່ຖືກເປີດເຜີຍຕໍ່ສາທາລະນະ ຈະມີພຽງແຕ່ຜູ້ແຈ້ງກັບພະນັກງານຮັບແຈ້ງຂອງອົງການກວດສອບແຫ່ງລັດເທົ່ານັ້ນສາມາດຮັບຮູ້ໄດ້ ແລະສອງປີໃດຈະໃຫ້ແຈ້ງເທື່ອໜຶ່ງເພື່ອເບິ່ງຄວາມແຕກຕ່າງຂອງຈຳນວນຊັບສິນແລະລາຍຮັບ ແລະໃນກໍລະນີເຈົ້າຂອງຊັບສິນບໍ່ແຈ້ງຊັບສິນຂອງຕົນສິ່ງໃດຫຼືແຈ້ງບໍ່ຖືກຕ້ອງກັບຄວາມເປັນຈິງ ເມື່ອມີຜູ້ຮ້ອງຟ້ອງຫຼືເກີດຂໍ້ຂັດແຍ້ງຂຶ້ນ ຈະຖືກກວດກາຄືນຢ່າງລະອຽດ ພ້ອມທັງຢຶດເອົາຊັບສິນທີ່ບໍ່ໄດ້ແຈ້ງໄວ້ນັ້ນເປັນຂອງລັດ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...