spot_img
Homeມຸມຂ່າວ AECອາຊຽນ ທົບທວນວຽກງານຂົນສົ່ງທາງອາກາດ ຫາລືນະໂຍບາຍ ເປີດກວ້າງນ່ານຟ້າຮ່ວມກັນ!

ອາຊຽນ ທົບທວນວຽກງານຂົນສົ່ງທາງອາກາດ ຫາລືນະໂຍບາຍ ເປີດກວ້າງນ່ານຟ້າຮ່ວມກັນ!

Published on

ທ່ານ ວັນເພັງ ຈັນທະພອນ ຫົວໜ້າກົມການບິນພົນລະເຮືອນ ໄດ້ເປັນປະທານກອງປະຊຸມ ຄະນະວິຊາການຂົນສົ່ງທາງອາກາດອາຊຽນ ຫຼື ATWG ຄັ້ງທີ 33 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ຈັດຂຶ້ນລະຫວ່າງວັນທີ 28-31 ມີນາ 2016 ທີ່ໂຮງແຮມດອນຈັນພາເລດ ມີຜູ້ຕາງໜ້າ ຈາກບັນດາປະເທດສະມາຊິກອາຊຽນ ສາຍການບິນຈາກອາຊຽນຍີ່ປຸ່ນ ສະຫະລັດອາເມຣິກາ ສະມາຄົມຂົນສົ່ງທາງອາກາດ (IATA) ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເພື່ອທົບທວນຄືນຜົນຂອງກອງປະຊຸມ ATWG ຄັ້ງທີ 32 ທີ່ຜ່ານມາ ຢູ່ທີ່ຢາງກຸງ ປະເທດມຽນມາ ພ້ອມທັງປຶກສາຫາລື ກ່ຽວກັບອົງປະກອບທາງດ້ານເສດຖະກິດການບິນ ແລະ ເຕັກນິກການບິນທີ່ສຳຄັນ ໃນການເປີດຕະຫຼາດການບິນດຽວອາຊຽນ ຂອງປະເທດສະມາຊິກອາຊຽນ ກໍ່ຄືນະໂຍບາຍການເປີດກວ້າງນ່ານຟ້າອາຊຽນ ໃນນີ້ ອົງປະກອບທາງດ້ານເສດຖະກິດການບິນທີ່ສຳຄັນ ປະກອບມີແຜນຍຸດທະສາດການຂົນສົ່ງທາງອາກາດ 2016-2025 ແຜນດຳເນີນງານໄລຍະສັ້ນ-ກາງ 2016-2017 ຄວາມຄືບໜ້າການເປີດກວ້າງການຈັດຕັ້ງປະຕິບັດສິດທິການບິນທີ 5 ຄວາມເປັນໄປໄດ້ ການສ້າງແບບການອອກອະນຸຍາດຖ້ຽວບິນ ກົດໝາຍວ່າດ້ວຍການແຂ່ງຂັນຢ່າງເປັນທຳ ການຄຸ້ມຄອງສິດທິຂອງຜູ້ຊົມໃຊ້ ແລະ ລະບຽບການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນການເປີດນ່ານຟ້າ ຂອງບັນດາປະເທດອາຊຽນ ກັບປະເທດຄູ່ເຈລະຈາ ເຊັ່ນ: ອາຊຽນ-ຈີນ ອາຊຽນ-ຍີ່ປຸ່ນ ອາຊຽນ-ອີຢູ ອາຊຽນ-ສ ເກົາຫຼີ ອາຊຽນ-ອິນເດຍ ອາຊຽນ-ຮົງກົງ ອາຊຽນ-ອາເມຣິກາ ແລະ ອາຊຽນ-ຣັດເຊຍ ສຳລັບອົງປະກອບທາງດ້ານເຕັກນິກການບິນທີ່ສຳຄັນ ປະກອບມີລະບົບຕິດຕາມລະບຽບການບິນອາຊຽນ ການປະເມີນຄວາມປອດໄພຜູ້ປະຕິບັດງານການບິນອາຊຽນ ການຮັບຮູ້ເຊິ່ງກັນ ແລະ ກັນກ່ຽວກັບການອອກໃບຢັ້ງຢືນ ໃບຮັບຮອງ ແລະ ໃບອະນຸຍາດການຈັດຕັ້ງປະຕິບັດຈຸດປະສານງານ ກ່ຽວກັບຄວາມປອດໄພການບິນ ແລະ ແຜນແມ່ບົດການຄຸ້ມຄອງຈະລາຈອນທາງອາກາດ ແລະ ຄວາມເປັນໄປໄດ້ການສ້າງແບບຟອມການອອກອະນຸຍາດຖ້ຽວບິນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...