ອາຊຽນຕົກລົງຮັບເອົາ “ຕີມໍແລັດສະແຕ” ເປັນສະມາຊິກອາຊຽນ

0
797

ໃນວັນທີ 11 ພະຈິກ 2022 ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ ໃນກອງປະຊຸມສຸດຍອດອາຊຽນ ທີ່ປະເທດກຳປູເຈຍເປັນເຈົ້າພາບ ໄດ້ຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ ໂດຍໃນກອງປະຊຸມໄດ້ຕົກລົງເຫັນດີ ແລະ ຮອງຮັບເອົາ ປະເທດຕີມໍແລັດສະແຕ ເຂົ້າເປັນສະມາຊິກທີ 11 ຂອງອາຊຽນເປັນທີ່ຮຽບຮ້ອຍ.

ໃນການຖະແຫຼງການຂອງກຳປູເຈຍ ຖານະປະທານອາຊຽນ ລະບຸວ່າ ໄດ້ເຫັນດີໃນຫຼັກການທີ່ຈະຮັບຕີມໍແລັດສະແຕ ເປັນສະມາຊິກທີ 11 ຂອງອາຊຽນ ພ້ອມທັງຮວມແຜນການສຳລັບການເປັນສະມາຊິກເຕັມຮູບແບບຂອງຕີມໍແລັດສະແຕ ເຊິ່ງຈະມີການສະເໜີໃນການປະຊຸມສຸດຍອດອາຊຽນທີ່ຈະຈັດຂຶ້ນໃນປີໜ້າ.

ທັ້ງນີ້ ຕີມໍແລັດສະແຕ ເປັນປະເທດຕັ້ງຢູ່ເກາະໃນພູມີພາກອາຊີຕາເວັນອອກສຽງໃຕ້ ໄດ້ແຍກໂຕເປັນອິດສະຫຼະອອກຈາກປະເທດອິນໂດເນເຊຍ ແລະ ໄດ້ປະກາດເອກະລາດໃນປີ 2002.

ຕີມໍແລັດສະແຕໄດ້ຍື່ນເຂົ້າເປັນສະມາຊິກອາຊຽນຕັ້ງແຕ່ປີ 2011 ແລະໄດ້ເລີ່ມຂະບວນການທີ່ຈະເຂົ້າຮ່ວມໃນກຸ່ມອາຊຽນໃນທັນທີ ຈົນມາເຖິງປີ 2022 ອາຊຽນຈຶ່ງໄດ້ເຫັນດີຮອງຮັບເອົາ ຕີມໍແລັດສະແຕ ເປັນສະມາຊິກອາຊຽນ.