Homeຂ່າວຕ່າງປະເທດປະຊາກອນໂລກ ອາດຈະຮອດ 8ພັນລ້ານຄົນ ໃນ 15 ພະຈິກນີ້!

ປະຊາກອນໂລກ ອາດຈະຮອດ 8ພັນລ້ານຄົນ ໃນ 15 ພະຈິກນີ້!

Published on

ໃນວັນທີ 7 ພະຈິກ ທີ່ຜ່ານມາ, ສຳນັກຂ່າວ AFP ໄດ້ລາຍງານວ່າ: ກອງທຶນປະຊາກອນແຫ່ງສະຫະປະຊາຊາດ (UNFPA) ປະຊາກອນໂລກຈະມີຈໍານວນຮອດ 8ພັນລ້ານຄົນ ໃນກາງເດືອນພະຈິກນີ້ ແລະ ຈະເພີ່ມຂຶ້ນຕື່ມ ເຖິງວ່າບາງເທື່ອຈະມີການສະລໍໂຕລົງທ່າມກາງຄວາມແຕກຕ່າງໃນແຕ່ລະພູມິພາກ.

ຖືວ່າເປັນການເພີ່ມຂຶ້ນເຖິງ 3 ເທົ່າ ຂອງຈຳນວນປະຊາກອນໂລກທີ່ເຄີຍມີການເພີ່ມຂຶ້ນໃນປີ 1950, ຫຼັງຈາກນັ້ນປະຊາກອນໂລກກໍມີການຫຼຸດລົງ ໂດຍຫຼຸດລົງຈາກ 2.1% ລະຫວ່າງປີ 1962-1965 ເຫຼືອພຽງ 1% ໃນປີ 2020 ກໍຍັງຫຼຸດລົງເຫຼືອ 0,5 ພາຍໃນປີ 2050 ເນື່ອງຈາກອັດຕາການຈະເລີນພັນຍັງຄົງຫຼຸດລົງຕໍ່ເນື່ອງ.

ລາຍງານລະບຸຕື່ມວ່າ: ດ້ວຍອາຍຸໄຂທີ່ເພີ່ມຂຶ້ນ ຈົນໄປຮອດແມ່ຍິງໃນໄວຈະເລີນພັນສົ່ງຜົນໃຫ້ UNFPA ຄາດວ່າປະຊາກອນໂລກຈະເພີ່ມຂຶ້ນຕື່ມປະມານ 8,500ລ້ານຄົນໃນປີ 2030 ຈະເປັນ 9,700 ລ້ານຄົນໃນປີ 2050.

ປັດໃຈສຳຄັນທີ່ເຮັດໃຫ້ປະຊາກອນເພີ່ມຂຶ້ນຄື ອາຍຸໄຂສະເລ່ຍທີ່ຍັງເພີ່ມຂຶ້ນ ໂດຍໃນປີ 2019 ມີອາຍຸ ສະເລ່ຍ 72,8 ປີ ແລະ ຄາດວ່າໃນປີ 2050 ຈະມີອາຍຸໄຂສະເລ່ຍ 77.2 ປີ.

ປະຊາກອນອິນເດຍໃນປັດຈຸບັນ ຍັງຕໍ່າກວ່າຈີນ ແຕ່ຄາດວ່າຈະສາມາດແຊງຈີນໃນປີ 2023 ແລະ ຈະເພີ່ມຂຶ້ນເປັນ 1,700ລ້ານຄົນໃນປີ 2050.

ອ້າງອີງກາລາຍງານຈາກ Matichon

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...