Homeຂ່າວຕ່າງປະເທດຕາລີບັນສັ່ງຫ້າມຜູ້ຍິງໃນອັຟການິສະຖານທ່ຽວສວນສະໜຸກ

ຕາລີບັນສັ່ງຫ້າມຜູ້ຍິງໃນອັຟການິສະຖານທ່ຽວສວນສະໜຸກ

Published on

ລັດຖະບານຕາລີບັນ ສັ່ງຫ້າມບໍ່ໃຫ້ຜູ້ຍິງທ່ຽວສວນສະໜຸກທຸກແຫ່ງໃນກຸງຄາບູລ ເຊິ່ງເປັນການຈຳກັດການດຳລົງຊີວິດປະຈຳວັນຂອງຜູ້ຍິງໃນປະເທດ.

ວັນທີ 10 ພະຈິກ 2022 ສຳນັກຂ່າວ the guardian ລາຍງານວ່າ ຕາມການເປີດເຜີຍຂອງ ທ່ານ ໂມຮຳເໝັດ ອາຄິຟ ໂຄສົກກະຊວງສົ່ງເສີມສິນລະທຳ ແລະ ປ້ອງກັນຄວາມຊົ່ວຮ້າຍ ວ່າ ຜູ້ດຳເນີນກິດຈຳການສວນສະໜຸກໃນກຸງຄາບູລ ເມືອງຫຼວງຂອງອັຟການິສະຖານ ໄດ້ຮັບຄຳສັ່ງຫ້າມບໍ່ອະນຸຍາດໃຫ້ຜູ້ຍິງເຂົ້າໃຊ້ບໍລິການທ່ຽວສວນສະໜຸກ.

ເຊິ່ງນັບຕັ້ງແຕ່ກຸ່ມຕາລີບັນ ມາຄອງອຳນາດໃນອັຟການິສະຖານ ໃນເດືອນສິງຫາ 2021 ພວກເຂົາກໍໄດ້ຈຳກັດສິດເສລີພາບຂອງຜູ້ຍິງໃນປະເທດຢ່າງໜັກໜ່ວງ ລວມເຖິງສິດໃນການເຮັດວຽກ ແລະ ການສຶກສາ ແຕ່ທີ່ຜ່ານມາ ພວກເຂົາຍັງອະນຸຍາດໃຫ້ຜູ້ຍິງໄປທ່ຽວສວນສະໜຸກໄດ້ໃນວັນອາທິດ ຈັນ ແລະ ອັງຄານ.

ແຕ່ປັດຈຸບັນ ແມ່ນບໍ່ໃຫ້ໄປທ່ຽວສວນສະໜຸກເລີຍ ເຖິງວ່າຈະມີຜູ້ຊາຍເດີນທາງໄປເປັນຜູ້ປົກຄອງກໍຕາມ.

ມາດຕະການນີ້ຖືກບັງຄັບໃຊ້ໃນແຕ່ກຸງຄາບູລ ແຕ່ຄາດວ່າ ຕາລີບັນ ຈະຄ່ອຍໆຂະຫຍາຍມາດຕະການບັງຄັບໃຊ້ໃນທົ່ວປະເທດອັຟການິສະຖານ.

ບົດຄວາມຫຼ້າສຸດ

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,...