spot_img
Homeຊີວິດແລະຄວາມຮັກອາການຜົວໝົດຮັກ ໝົດໃຈ ສັງເກດໄດ້ດ້ວຍວິທີນີ້

ອາການຜົວໝົດຮັກ ໝົດໃຈ ສັງເກດໄດ້ດ້ວຍວິທີນີ້

Published on

ຊີວິດ ກັບ ຄອບຄົວວັນນີ້ ເຮົາຈະມາກ່າວເຖິງເລື່ອງຂອງຜົວ-ເມຍ ກັນແນ່ຈັກໜ່ອຍ ແມ່ຍິງຫຼາຍຄົນທີ່ແຕ່ງງານແລ້ວບາງຄົນອາດກຳລັງພົບບັນຫາ ຜົວມີພຶດຕິກຳແປກໄປບໍ່ຄືເມື່ອກ່ອນ ຈາກທີ່ເຄີຍຫວານຊື່ນກາຍເປັນເຊີຍຊາ ນີ້ມັນໝາຍເຖິງສັນຍານຂອງຄົນໝົດໃຈຫຼື ບໍ່ ເຮົາມາສັງເກດໄປພ້ອມກັນເລີຍ

1 ເຫັນເຮືອນເປັນພຽງບ່ອນພັກອາໃສ ຈາກເມື່ອກ່ອນທີ່ເຄີຍກັບເຮືອນຕົງຕໍ່ເວລາ ວັນພັກກໍ່ມັກຢູ່ເຮືອນກັບເມຍແຕ່ມາວັນໜຶ່ງຜົວມັກກັບເຮືອນເດິກ ຫຼື ບໍ່ກັບເຮືອນເລີຍ ແລະ ວັນພັກການກໍ່ບໍ່ມັກຢູ່ເຮືອນມັກອອກໄປທ່ຽວທາງນອກຫຼາຍກວ່າ

2 ບໍ່ຢາກສົນທະນາກັບເຮົາ ສັງເກດໄດ້ວ່າເມື່ອກ່ອນເປັນຄົນມັກເວົ້າມັກລົມກັບເຮົາ ເຮົາຖາມຫຍັງກໍ່ຕອບ ແຕ່ດຽວນີ້ບໍ່ຢາກເວົ້າຫຍັງກັບເຮົາ ເຮົາຖາມດີໆບາງເທື່ອກໍ່ຂຶ້ນສຽງໃສ່ ບາງເທື່ອກໍ່ບອກເຮົາມິດບໍ່ໃຫ້ເຮົາເວົ້າ ກາຍເປັນໜວກຫູ ລຳຄານ ທັງທີ່ຈິງແລ້ວ ຜ່ານມາເຂົາເຄີຍຮັບຟັງໃນສິ່ງທີ່ເຮົາເວົ້າ

3 ຜົວຫັນໄປສົນໃຈສິ່ງອື່ນຫຼາຍກວ່າເຮົາ ເຮັດເສີຍຊາໃສ່ເຮົາ ຈາກທີ່ເຄີຍສົນໃຈໃນຕົວເຮົາກໍ່ກາຍເປັນວ່າຫັນໄປສົນໃຈຫຼິ້ນໂທລະສັບ, ຫຼິ້ນເກມ ຫຼື ສິ່ງອື່ນໆ ຫຼາຍກວ່າເຮົາ

4 ບໍ່ອອກຄຳຄິດເຫັນໃດໆກ່ຽວກັບເຮົາ ເມື່ອກ່ອນບໍ່ວ່າເຮົາຈະຖາມສິ່ງໃດໄປເຮົາກໍ່ຈະໄດ້ຄຳຕອບກັບຄືນມາ ແຕ່ດຽວນີ້ບໍ່ວ່າເຮົາຈະເຮັດຫຍັງ, ຖາມກິນຫຍັງ, ໄປຫຼິ້ນໃສ ຫຼື ເຮັດສິ່ງໃດກໍ່ຖາມ ບໍ່ວ່າສິ່ງນັ້ນດີ ຫຼື ບໍ່ດີ ເຂົາກໍ່ຈະບໍ່ປະກອບຄຳເຫັນໃດໆທັງນັ້ນ

5 ບໍ່ສົນໃຈ, ບໍ່ໃສ່ໃຈເຮົາຄືແຕ່ກ່ອນ ເມື່ອກ່ອນບໍ່ວ່າເຮົາຈະຢາກກິນຫຍັງ, ຢາກໄດ້ຫຍັງຜູ້ເປັນຜົວກໍ່ຈະໃສ່ໃຈຫາມາໃຫ້ ຫລື ເວລາເຮົາເຈັບປ່ວຍ ຜົວກໍ່ຈະຄອຍດູແລເປັນຫ່ວງເອົາໃຈໃສ່ ແຕ່ດຽວນີ້ ບໍ່ວ່າເຮົາຈະຕ້ອງການຫຍັງ ຈະເປັນແນວໃດ ຜົວກໍ່ບໍ່ສົນໃຈຄືແຕ່ກ່ອນ

6 ຈາກທີ່ເຄີຍໄປໃສໄປນຳກັນ ແຕ່ດຽວນີ້ເຮົາຕ້ອງໄປຄົນດຽວ ເພາະຜົວບໍ່ຍອມໄປນຳ ແລະ ບໍ່ຍອມໃຫ້ເຮົາໄປຮ່ວມນຳເຊັ່ນດຽວກັນ

7 ບໍ່ມີຄວາມກິຕືລືລົ້ນໃນການມີເພດສຳພັນຮ່ວມ ຈາກເມື່ອກ່ອນທີ່ເຄີຍຫ້າວຫັນຂະຫຍັນເຮັດວຽກບ້ານໃຫ້ ກໍ່ກາຍເປັນຫງຽບເສີຍ ເວລານອນກໍ່ຫັນຫຼັງໃສ່

 

ທີ່ມາຈາກ: http://th.theasianparent.com/
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ifram FB

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...